ຂ່າວສານທັງໝົດ
ກອງປະຊຸມ ຄົບຄະນະຂອງ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຄັ້ງທີ I ປະຈໍາປີ 2022
ເພື່ອລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະຂອງ ຄຄຊ ຄັ້ງທີ III ປີ 2021 ແລະ ລາຍງານທິດທາງແຜນການຈັດຕັ້ງປະຕິບັດໃນປີ 2022 ຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຕໍ່ຄະນະກຳມະການຄຸ້ມຄອງຫຼັກຊັບເພື່ອຮັບຊາບ ແລະ ພິຈາລະນາຮັບຮອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ຈັດກອງປະຊຸມຄົບຄະນ...
ການຄຸ້ມຄອງແບບຕີລາຄາຄວາມສ່ຽງ ແລະ ວິທີການສ້າງ-ຕິດຕາມການປະຕິບັດລະບຽບກົດໝາຍ
ເພື່ອເປັນການເສີມຂະຫຍາຍຄວາມຮູ້ຄວາມເຂົ້າໃຈກ່ຽວກັບການຄຸ້ມຄອງການເຄື່ອນໄຫວຂອງບໍລິສັດຫຼັກຊັບ ຕາມຫຼັກການຕີລາຄາຄວາມສ່ຽງ ແລະ ວິທີການການສ້າງ-ຕິດຕາມການຈັດຕັ້ງປະຕິບັດລະບຽບກົດໝາຍ ແນໃສ່ຮັບປະກັນການເຄື່ອນໄຫວວຽກງານຫຼັກຊັບໃຫ້ສອດຄ່ອງຕາມນິຕິກໍາກ່ຽວຂ້ອງກໍານົດໄວ້, ພ້ອມທັງ ເພື່ອຫຼຸດຜ່ອນຄວາມສ່ຽງດ້ານຕ່າງໆ...
ພິທີມອບຮັບໃບອະນຸຍາດດໍາເນີນທຸລະກິດຂອງບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ
ໃນຕອນບ່າຍຂອງວັນທີ 14 ມັງກອນ 2022 ທີ່ ຫ້ອງປະຊຸມໃຫຍ່ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ໄດ້ຈັດພິທີມອບຮັບໃບອະນຸຍາດດໍາເນີນທຸລະກິດຂອງ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສຽວສະຫວາດ ທິລະກຸນ, ຮອງຫົວໜ້າ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ທ່ານ ລິນລີ, ຜູ້ອໍານວຍກາ...
ກອງປະຊຸມ 3 ຝ່າຍຄັ້ງທີ 1 ປະຈຳປີ 2022
ໃນຕອນເຊົ້າຂອງວັນທີ 21 ມັງກອນ 2022 ທີ່ ຫ້ອງປະຊຸມ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ໄດ້ຈັດກອງປະຊຸມ 3 ຝ່າຍຄັ້ງທີ 1 ປະຈຳປີ 2022, ໂດຍການເປັນປະທານຂອງ ທ່ານ ສຽວສະຫວາດ ທິລະກຸນ, ຮອງຫົວໜ້າ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ພ້ອມດ້ວຍຄະນະພະແນກຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ພ້ອມດຽວກ...
ກອງປະຊຸມການຮ່ວມມືສອງຝ່າຍຄັ້ງທີ 10 ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ
ເພື່ອເປັນການສືບຕໍ່ຮັດແໜ້ນສາຍສໍາພັນການຮ່ວມມື ແລະ ສືບຕໍ່ຈັດຕັ້ງປະຕິບັດແຜນການຮ່ວມມືປະຈໍາປີ 2022 ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ. ສະນັ້ນ, ໃນຕອນບ່າຍຂອງວັນທີ 12 ມັງກອນ 2022 ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຈຶ່ງໄດ້ຮ່ວມກັບຄະນະກໍາມະ...
ພິທີເຊັນບົດບັນທຶກຄວາມເຂົ້າໃຈ 2 ຝ່າຍ ລະຫວ່າງ ສຄຄຊ ແລະ ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ
ໃນຕອນບ່າຍຂອງ ວັນທີ 5 ພະຈິກ 2021, ທີ່ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ 2 ຝ່າຍ ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ຂຶ້ນ ໂດຍແມ່ນທ່ານ ສຽວສະຫວາດ ທີລະກຸນ ຮອງຫົວໜ້າສໍານັກງານ ຄຄຊ ແລະ ທ່ານ ປອ ນາງ ພິລານີ ພິດສ...
ສຄຄຊ ໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ຢູ່ ສະຖາບັນການທະນາຄານ
ເພື່ອເປັນການສ້າງຄວາມຮູ້-ຄວາມເຂົ້າໃຈ ກ່ຽວກັບວຽກງານຕະຫຼາດທຶນໃຫ້ມວນຊົນ ໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດມີສ່ວນຮ່ວມໃນການພັດທະນາຕະຫຼາດທຶນຫຼາຍຂື້ນ ແລະ ຖືກຕ້ອງຕາມລະບຽບການທີ່ກໍານົດ, ທີມງານໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ທີ່ປະກອບມີ: ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ຕະຫຼາດຫຼັກຊັບລາວ (ຕລຊລ...
ກອງປະຊຸມຄັ້ງທຳອິດຂອງ ຄຄຊ ໃນປີ 2021
ເພື່ອລາຍງານຜົນການຈັດຕັ້ງປະຕິບັດຕາມມະຕິກອງປະຊຸມຄັ້ງທີ III ຂອງປີ 2020 ແລະ ລາຍງານທິດທາງແຜນການຈັດຕັ້ງປະຕິບັດໃນປີ 2021 ຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຕໍ່ຄະນະກຳມະການຄຸ້ມຄອງຫຼັກຊັບເພື່ອຮັບຊາບ ແລະ ພິຈາລະນາຮັບຮອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ຈັດກອງປະຊຸມຄະນະກຳມະການຄຸ້ມຄອງຫຼັກ...
ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຂຸ້ນຂ້ຽວເຜີຍແຜ່ຄວາມຮູ້ ກ່ຽວກັບຕະຫຼາດທຶນໃນ ຂະແໜງການສຶກສາ
ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ພ້ອມດ້ວຍ ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບລາວ ຈີນ ຈຳກັດ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ໃຫ້ແກ່ພະນັກງານຄູ-ອາຈານ ແລະ ນັກສຶກສາ ຂຶ້ນທີ່ ສະໂມສອນໃຫຍ່ ສະຖາບັນເສດຖະກິດ-ການ...
ການພັດທະນາຕະຫຼາດທຶນລາວ ແລະ ຜົນປະໂຫຍດຂອງການຈົດທະບຽນໃນ ຕລຊລ
ໃນຕອນເຊົ້າຂອງວັນພຸດ ທີ 24 ມີນາ 2021 ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ (ຕລຊລ) ແລະ ກະຊວງການເງິນ ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາ ໃນຫົວຂໍ້: “ການພັດທະນາຕະຫຼາດທຶນລາວ ແລະ ຜົນປະໂຫຍດຂອງການຈົດທະບຽນໃນ ຕລຊລ”, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ປອ. ສອນເພັດ ອິນທະວົງ ຫົວໜ...
