ພາບລວມຂອງການອອກຈໍາໜ່າຍຫຼັກຊັບ ຢູ່ ສປປ ລາວ
- ບໍລິສັດ ທີ່ຖືກສ້າງຕັ້ງຂຶ້ນຖືກຕ້ອງຕາມກົດໝາຍວ່າດ້ວຍວິສາຫະກິດ (ກໍລະນີອອກຈໍາໜ່າຍຮຸ້ນ ຕ້ອງເປັນບໍລິສັດມະຫາຊົນ) ສາມາດອອກຈໍາໜ່າຍຫຼັກຊັບຂອງຕົນ ເຊັ່ນ: ຮຸ້ນ ຫຼື ຮຸ້ນກູ້ ເພື່ອເພີ່ມທຶນ ຫຼື ລະດົມທຶນໄລຍະຍາວ ແນ່ໃສ່ໝູນໃຊ້ເຂົ້າໃນການ ຂະຫຍາຍກິດຈະການ ຫຼື ເພື່ອເປົ້າໝາຍອື່ນໆ ເຊັ່ນ: ປ່ຽນແປງໂຄງສ້າງການຖືຮຸ້ນ, ຈ່າຍຮຸ້ນ ເພື່ອປັນຜົນ ຫຼື ໃຫ້ເປັນລາງວັນ ບໍລິສັດ ມະຫາຊົນສາມາດອອກຈໍາໜ່າຍຫຼັກຊັບ ດ້ວຍ 3 ຮູບແບບ ຄື:
- 1. ອອກຈໍາໜ່າຍຫຼັກຊັບຕໍ່ມວນຊົນ (Public Offering - “PO”);
- 2. ອອກຈໍາໜ່າຍຫຼັກຊັບໃນວົງຈໍາກັດ (Private Placement – “PP”);
- 3. ອອກຈໍາໜ່າຍຫຼັກຊັບໃຫ້ແກ່ຜູ້ຖືຮຸ້ນເດີມ (Rights Offering – “RO”).
ບໍລິສັດ ທີ່ມີຈຸດປະສົງ ອອກຈໍາໜ່າຍຫຼັກຊັບ ຕ້ອງປະກອບສໍານວນຄໍາຮ້ອງຂໍອະນຸຍາດອອກຈໍາໜ່າຍຫຼັກຊັບ ເພື່ອສະເໜີຕໍ່ ສໍານັກງານ ຄຄຊ ໂດຍມີ ບໍລິສັດຫຼັກຊັບ, ບໍລິສັດກວດສອບພາຍນອກ ທີ່ໄດ້ຮັບການຮັບຮອງຈາກ ສໍານັກງານ ຄຄຊ ແລະ ບໍລິສັດທີ່ປຶກສາທາງດ້ານກົດໜາຍ ເປັນຜູ້ຊ່ວຍໃນການປະກອບສໍານວນຄໍາຮ້ອງ ແລະ ເອກະສານຕ່າງໆ ທີ່ກ່ຽວຂ້ອງກັບການ ສະເໜີຂໍອະນຸຍາດອອກຈໍາໜ່າຍຫຼັກຊັບດັ່ງກ່າວ.
ສໍານັກງານ ຄຄຊ ພິຈາລະນາການຮ້ອງຂໍອອກຈໍາໜ່າຍຫຼັກຊັບ ພາຍໃນກໍານົດ 45 ວັນ ນັບຕັ້ງແຕ່ວັນທີ່ໄດ້ຮັບສໍານວນຄໍາ ຮ້ອງຢ່າງຖືກຕ້ອງ ແລະ ຄົບຖ້ວນເປັນຕົ້ນໄປ. ພາຍຫຼັງ ໄດ້ຮັບອະນຸຍາດຈາກ ສໍານັກງານ ຄຄຊ, ບໍລິສັດອອກຈໍາໜ່າຍ ຫຼັກຊັບ ຕ້ອງດຳເນີນການ ອອກຈໍາໜ່າຍຫຼັກຊັບຕາມຂັ້ນຕອນທີ່ ຄຄຊ ກໍານົດ ຊຶ່ງຫຼັງຈາກສໍາເລັດຂັ້ນຕອນການອອກຈໍາໜ່າຍ ຫຼັກຊັບເປັນທີ່ຮຽບຮ້ອຍແລ້ວ ບໍລິສັດອອກຈໍາໜ່າຍຫຼັກຊັບ ສາມາດນໍາເອົາຫຼັກຊັບດັ່ງກ່າວ ໄປຈົດທະບຽນຢູ່ຕະຫຼາດຫຼັກຊັບ ລາວ ຕາມເງື່ອນໄຂທີ່ກໍານົດໄວ້ ໃນລະບຽບການຂອງຕະຫຼາດຫຼັກຊັບລາວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການ ຊື້-ຂາຍ ຫຼັກຊັບຂອງຜູ່ຖືຫຼັກຊັບ ກໍຄືຜູ່ລົງທຶນ.
ຜົນປະໂຫຍດຕ່າງໆທີ່ ບໍລິສັດອອກຈໍາໜ່າຍຫຼັກຊັບ ແລະ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວຈະໄດ້ຮັບ:
- ເພີ່ມທຶນ ຫຼື ລະດົມທຶນໄລຍະຍາວຈາກມວນຊົນ ຫຼື ຜູ່ທີ່ສົນໃຈຊື້ຫຼັກຊັບໂດຍກົງ ເພື່ອນໍາໄປໃຊ້ໃນການເຄື່ອນໄຫວ ທຸລະກິດ ຫຼື ຂະຫຍາຍກິດຈະການ ໂດຍບໍ່ມີຄວາມສ່ຽງໃນການຊໍາລະຄືນ ຕົ້ນທຶນ ແລະ ດອກເບ້ຍ;
- ສ້າງຊື່ສຽງ, ຄວາມໂປ່ງໃສ ແລະ ພາບພົດທີ່ດີ ໃຫ້ແກ່ບໍລິສັດ ເນື່ອງຈາກຕ້ອງໄດ້ປະຕິບັດລະບອບການບັນຊີ, ການ ກວດສອບ, ການເປີດເຜີຍຂໍ້ມູນ ແລະ ຫຼັກການບໍລິຫານຄຸ້ມຄອງທີ່ດີ ຕາມລະບຽບການ;
- ເພີ່ມຄວາມອາດສາມາດໃນການແຂ່ງຂັນທາງທຸລະກິດ, ເພີ່ມສະມັດຕະພາບ ແລະ ຖານະການເງິນທີ່ໝັ້ນຄົງ ຂອງບໍລິ ສັດ;
- ການຕັດສິນບັນຫາຂອງບໍລິສັດ ມີຄວາມຮອບດ້ານ ແລະ ພາວະວິໄສ ເພາະມີລັກສະນະປະກອບສ່ວນຈາກບັນດາຂາ ຮຸ້ນກໍຄືມະຫາຊົນ;
- ກໍລະນີ ບໍລິສັດມີນະໂຍບາຍອອກຈໍາໜ່າຍຮຸ້ນສ່ວນໃດໜຶ່ງ ໃຫ້ພະນັກງານຂອງຕົນ ຈະເປັນການສ້າງແຮງຈູງໃຈ ໃນ ການເຮັດວຽກ,ເພີ່ມທະວີຄວາມຮັບຜິດຊອບຂອງພະນັກງານເນື່ອງຈາກເຂົາເຈົ້າໄດ້ມີສ່ວນຮ່ວມໃນການເປັນເຈົ້າຂອງບໍລິສັດ;
- ບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວແມ່ນຈະໄດ້ເສຍອາກອນກໍາໄລໃນອັດຕາ 13% ສ່ວນນຮ້ອຍ (ອັດຕາປົກກະຕິ 20%) ເປັນເວລາ 4 ປີ ພາຍຫຼັງຈົດທະບຽນໃນຕະຫຼາດຫຼັກຊັບລາວ;
- ບໍລິສັດອອກຈໍາໜ່າຍຫຼັກຊັບ ໄດ້ຮັບການຍົກເວັ້ນອາກອນລາຍໄດ້ ທີ່ໄດ້ຮັບຈາກການລະດົມທຶນດ້ວຍການອອກຮຸ້ນ ແລະ ຮຸ້ນກູ້.
ການກຽມຄວາມພ້ອມກ່ອນການອອກຈໍາໜ່າຍຮຸ້ນຕໍ່ມວນຊົນ
ໂດຍລວມແລ້ວ ບໍລິສັດໃດໜຶ່ງ ທີ່ມີຈຸດປະສົງໃນການອອກຈໍາໜ່າຍຮຸ້ນຕໍ່ມວນຊົນ ຕ້ອງມີການກະກຽມຄວາມພ້ອມເບື້ອງຕົ້ນ ເຊັ່ນ: ປັບປຸງ ລະບົບບັນຊີ ແລະ ລະບົບການກວດສອບພາຍໃນ-ພາຍນອກ ເພື່ອໃຫ້ໄດ້ມາດຕະຖານ, ປະເມີນມູນຄ່າຊັບສິນ, ປັບປຸງໂຄງສ້າງທຶນ ແລະ ຜູ່ຖືຮຸ້ນ, ປັບປຸງໂຄງປະກອບການຈັດຕັ້ງ ເປັນຕົ້ນແມ່ນ ສະພາບໍລິຫານ ແລະ ຄະນະກໍາມະການ ກວດກາພາຍໃນ ຊຶ່ງຕ້ອງປະກອບມີ ສະມາຊິກອິດສະຫຼະ, ສ້າງແຜນການນໍາໃຊ້ທຶນທີ່ຈະລະດົມໄດ້ ແລະ ກະກຽມເງື່ອນໄຂ ອື່ນໆ ຕາມລະບຽບການ.
ການກະກຽມທັງໝົດທີ່ກ່າວມາຂ້າງເທິງນັ້ນ ສາມາດປະຕິບັດໄດ້ໂດຍມີບໍລິສັດຫຼັກຊັບທີ່ເປັນທີ່ປຶກສາທາງດ້ານການເງິນ ເປັນ ຜູ່ຊ່ວຍຕົ້ນຕໍ, ມີບໍລິສັດກວດສອບບັນຊີ ທີ່ມາຊ່ວຍກວດສອບເອກະສານລາຍງານການເງິນ ແລະ ໃຫ້ຄໍາເຫັນກ່ຽວກັບການ ຄຸ້ມຄອງພາຍໃນຂອງບໍລິສັດ ແລະ ມີບໍລິສັດທີ່ປຶກສາທາງດ້ານກົດໜາຍ ເປັນຜູ່ຊ່ວຍດໍາເນີນການທາງ ດ້ານນິຕິກໍາຕ່າງໆ ທີ່ ກ່ຽວຂ້ອງ
