ບໍລິສັດກວດສອບ
- - ກົດໝາຍວ່າດ້ວຍຫຼັກຊັບ ສະບັບເລກທີ 21/ສພຊ, ລົງວັນທີ 10 ທັນວາ 2012 ( ມາດຕາ 87 );
- - ລະບຽບວ່າດ້ວຍການບັນຊີ ແລະ ການກວດສອບວຽກງານຫຼັກຊັບ ສະບັບເລກທີ 001/ຄຄຊ, ລົງວັນທີ 07 ເມສາ 2015 ( ມາດຕາ 17 )
- - ກົດໝາຍວ່າດ້ວຍຫຼັກຊັບ ສະບັບເລກທີ 21/ສພຊ, ລົງວັນທີ 10 ທັນວາ 2012 ( ມາດຕາ 89 ) ຄື:
- 1. ຄຳຮ້ອງຕາມແບບພິມຂອງ ຄຄຊ;
- 2. ສໍາເນົາໃບທະບຽນວິສາຫະກິດ;
- 3. ສໍາເນົາໃບຢັ້ງຢືນປະຈໍາຕົວຜູ່ເສຍອາກອນ;
- 4. ກົດລະບຽບພາຍໃນຂອງບໍລິສັດ;
- 5. ສໍາເນົາໃບຢັ້ງຢືນການເປັນສະມາຊິກຂອງສະມາຄົມວິຊາຊີບນັກບັນຊີ ແລະ ນັກກວດສອບອິດສະລະລາວ;
- 6. ບົດລາຍງານການດໍາເນີນງານ ແລະ ເອກະສານລາຍງານການເງິນ ທີ່ໄດ້ຮັບການກວດສອບຈາກບໍລິສັດກວດສອບ
- ສາມປີຄືນຫຼັງກ່ອນໄດ້ຮັບຄໍາຮ້ອງ, ຍົກເວັ້ນ ວິສາຫະກິດກວດສອບ ທີ່ສ້າງຕັ້ງຂຶ້ນໃໝ່. ເອກະສານລາຍງານການເງິນ
- ຕ້ອງຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການບັນຊີ;
- 7. ຈໍານວນ ແລະ ລາຍຊື່ຜູ່ກວດສອບ ພ້ອມດ້ວຍຊີວະປະຫວັດຫຍໍ້ ແລະ ປະສົບການດ້ານການກວດສອບ.
- ນອກນັ້ນຍັງຕ້ອງປະກອບເອກະສານເພີ່ມເຕີມຕາມທີ່ລະບຸໄວ້ໃນ ລະບຽບວ່າດ້ວຍ ການບັນຊີ ແລະ ການກວດສອບວຽກງານຫຼັກຊັບ ສະບັບເລກທີ 001/ຄຄຊ, ລົງວັນທີ 07 ເມສາ 2015 ( ມາດຕາ 18 ) ຄື:
- 1. ສໍາເນົາໃບຢັ້ງຢືນເປັນນັກຊ່ຽວຊານບັນຊີ ຫຼື ໃບອະນຸຍາດເປັນນັກກວດສອບຕາມກົດໝາຍຂອງ
- ສະມາຊິກສະພາບໍລິຫານຈາກ ກະຊວງການເງິນ;
- 2. ສໍາເນົາສັນຍາປະກັນໄພ ພ້ອມດ້ວຍນະໂຍບາຍການປະກັນໄພດ້ານວິຊາຊີບ;
- 3. ແຜນການກ່ຽວກັບການເຄື່ອນໄຫວທຸລະກິດຂອງຕົນຢ່າງລະອຽດ ສາມປີຕໍ່ໜ້າ ພາຍຫຼັງທີ່ໄດ້ຮັບການຮັບຮອງເປັນຕົ້ນໄປ.
- 4. ເອກະສານອື່ນໆຕາມການກໍານົດຂອງ ຄຄຊ.
ເງື່ອນໄຂການຮັບຮອງວິສາຫະກິດກວດສອບ
ເອກະສານປະກອບການຂໍຮັບຮອງວິສາຫະກິດກວດສອບ
