ການຮ່ວມມືພາກພື້ນ ແລະ ຫຼາຍຝ່າຍ (Multilateral and Regional Cooperation)
ກອງປະຊຸມ ການພັດທະນາຕະຫຼາດທຶນ ອາຊຽນ (ACMF) ຖືກສ້າງຕັ້ງຂຶ້ນໃນປີ 2004 ພາຍໃຕ້ການຮັບຮອງຂອງ ກອງປະຊຸມລັດຖະມົນຕີການເງິນອາຊຽນ, ປະກອບມີຜູ້ຄຸ້ມຄອງວຽກງານຕະຫຼາດທຶນ ຂອງບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ. ACMF ມີການຈັດກອງປະຊຸມຂຶ້ນ 2 ຄັ້ງຕໍ່ປີ ໂດຍມີການປ່ຽນຜຽນກັນເປັນປະທານ ລະຫວ່າງ ຄຄຊ ຂອງປະເທດ ໄທ, ສິງກະໂປ ແລະ ມາເລເຊຍ, ຊຶ່ງປັດຈຸບັນປະທານຂອງ ACMF ແມ່ນ ຄຄຊ ມາເລເຊຍ.
ຈຸດປະສົງຂອງ ACMF ແມ່ນຖືກສ້າງຂຶ້ນເພື່ອເປັນເວທີໃນການປຶກສາຫາລືລະຫວ່າງຜູ້ຄຸ້ມຄອງວຽກງານຕະຫຼາດທຶນຂອງອາຊຽນ ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາ ແລະ ເຊື່ອມໂຍງຕະຫຼາດທຶນໃນພາກພື້ນ ແນໃສ່ບັນລຸເປົ້າໝາຍຂອງ AEC Blueprint 2015 (ທີ່ໄດ້ຖືກຮັບຮອງໂດຍກອງປະຊຸມລັດຖະມົນຕີການເງິນອາຊຽນ ຄັ້ງທີ 13) ດ້ວຍການສ້າງນິຕິກໍາທີ່ກົມກຽວ ແລະ ວາງຍຸດທະສາດໃນການເຊື່ອມໂຍງຕະຫຼາດທຶນອາຊຽນຮ່ວມກັນ ບົນພື້ນຖານຄວາມເປັນເອກະພາບໃນປະເທດສະມາຊິກອາຊຽນ.
ສໍາລັບໜ້າວຽກຕົ້ນຕໍຂອງ ACMF ປະກອບມີ:
- 1) ສ້າງມາດຕະຖານການເປີດເຜີຍຂໍ້ມູນສໍາລັບການອອກຈໍາໜ່າຍຫຼັກຊັບ ປະເພດທຶນ ແລະ ໜີ້ ຂ້າມແດນ;
- 2) ສ້າງຂອບຮັບຮູ້ຮ່ວມກັນໃນການອະນຸຍາດສໍາລັບການຈົດທະບຽນໃນຕະຫຼາດຮອງ;
- 3) ສ້າງຂອບຮັບຮູ້ຮ່ວມກັນສໍາລັບການພິຈາລະນາການອອກຈໍາໜ່າຍໜ່ວຍລົງທຶນຂ້າມແດນ;
- 4) ສ້າງຂອບຮັບຮູ້ຮ່ວມກັນໃນການທົບທວນໜັງສືຊວນຊື້ລວມ ຂອງ ອາຊຽນ;
- 5) ການເຊື່ອມໂຍງລະບົບການຊື້-ຂາຍຂອງ ອາຊຽນ;
- 6) ການຈັດລໍາດັບ ການຄຸ້ມຄອງບໍລິຫານ ສໍາລັບ ບໍລິສັດຈົດທະບຽນຂອງ ອາຊຽນ;
- 7) ການຮັບຮູ້ຂ້າມແດນກ່ຽວກັບການໃຫ້ບໍລິການທາງດ້ານວິຊາຊີບທຸລະກິດຫຼັກຊັບ;
- 8) ການເຊື່ອມໂຍງລະບົບຫຼັງການຊື້-ຊາຍ;
- 9) ການບັງຄັບໃຊ້ກົດໝາຍ ແລະ ກົນໄກໃນການແກ້ໄຂຂໍ້ຂັດແຍ່ງຂ້າມແດນ;
- 10) ການຊ່ວຍເຫຼືອທາງດ້ານວິຊາການໃຫ້ແກ່ຕະຫຼາດທີ່ເກີດໃໝ່.
- ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບ ACMF ທ່ານສາມາດເຂົ້າໄປໄດ້ທີ່: http://www.theacmf.org/
ກອງປະຊຸມ ການພັດທະນາຕະຫຼາດພັນທະບັດ ອາຊຽນ+3 (ABMF) ຖືກສ້າງຕັ້ງຂຶ້ນໃນເດືອນກັນຍາ 2010 ເພື່ອເປັນເວທີໃນການສົ່ງເສີມການສ້າງມາດຕະຖານ ຂອງຕະຫຼາດພັນທະບັດ ແລະ ຄວາມເປັນເອກະພາບຂອງຜູ້ຄຸ້ມຄອງ ໃນການຄຸ້ມຄອງການຊື້-ຂາຍພັນທະບັດລະຫວ່າງບັນດາປະເທດສະມາຊິກ.
ກອງປະຊຸມ ABMF ແບ່ງອອກເປັນ 2 ທີມງານຍ່ອຍ (Sub-Forum) ຄື: SF1 ທີ່ມີໜ້າທີ່ສຶກສາຄົ້ນຄວ້າກ່ຽວກັບນິຕິກໍາຕ່າງໆ ແລະ ພາກປະຕິບັດຕົວຈິງຂອງຕະຫຼາດພັນທະບັດໃນປະເທດອາຊຽນ ແລະ SF2 ທີ່ມີໜ້າທີ່ສຶກສາຄົ້ນຄວ້າກ່ຽວກັບຂັ້ນຕອນຂອງທຸລະກໍາ (Transaction Procedure) ແລະ ມາດຕະຖານຂອງເນື້ອໃນຕ່າງໆທີ່ນໍາໃຊ້ເຂົ້າໃນທຸລະກໍາຕ່າງໆ (Standardization of Messages).
ຈຸດປະສົງຂອງ ABMF ແມ່ນ:
- 1) ສະໜອງການວິເຄາະໃນລວງເລິກຕໍ່ກັບບັນດາຕະຫຼາດພັນທະບັດໃນພາກພື້ນ ແລະ ດໍາເນີນການສົມທຽບກັນ
- ລະຫວ່າງບັນດາຕະຫຼາດໃນພາກພື້ນ ເພື່ອລະບຸໃຫ້ເຫັນເຖິງຄວາມແຕກຕ່າງ ແລະ ສິ່ງທີ່ຕ້ອງໄດ້ຮັບການປັບປຸງ
- ເພື່ອເຮັດໃຫ້ຕະຫຼາດພາກພື້ນມີຄວາມກົມກຽວ ແລະ ເປັນມາດຕະຖານດຽວກັນ;
- 2) ຊອກຮູ້ບັນຫາໃນການສ້າງຄວາມກົມກຽວກັນຂອງຕະຫຼາດ ເພື່ອຮອງຮັບໃຫ້ແກ່ການອອກຈໍາໜ່າຍ ແລະ ການລົງທຶນ
- ໃນພັນທະບັດຂ້າມແດນ;
- 3) ສ້າງແຜນຍຸດທະສາດ ແລະ ແຜນງານສໍາລັບຜູ້ຄຸ້ມຄອງ ແລະ ຜູ້ທີ່ມີສ່ວນຮ່ວມໃນຕະຫຼາດ ລວມທັງການເຊື່ອມໂຍງ
- ຕະຫຼາດພັນທະບັດລະຫວ່າງພາກພື້ນກັບພາກພື້ນ.
- ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບ ABMF ທ່ານສາມາດເຂົ້າໄປໄດ້ທີ່: https://wpqr4.adb.org/LotusQuickr/asean3abmf/Main.nsf
ກອງປະຊຸມ ການຮ່ວມມື ຄະນະກໍາມະການຄຸ້ມຄອງຫຼັກຊັບ 5 ປະເທດ ເຂດອ່າງແມ່ນໍ້າຂອງ ໄດ້ເປີດຂຶ້ນຄັ້ງທໍາອິດທີ່ ບາງກອກ, ປະເທດ ໄທ ໃນເດືອນ ກຸມພາ 2013 ຊຶ່ງເປັນກອງປະຊຸມພິເສດສະເພາະຂອງຄະນະກໍາມະການຄຸ້ມຄອງຫຼັກຊັບ ຂອງປະເທດທີ່ນອນຢູ່ໃນເຂດອ່າງແມ່ນໍ້າຂອງ ອັນປະກອບມີ: ກໍາປູເຈຍ, ມຽນມ້າ, ສປປ ລາວ, ໄທ ແລະ ສສ. ຫວຽດນາມ. ກອງປະຊຸມການຮ່ວມມື ຄະນະກໍາມະການຄຸ້ມຄອງຫຼັກຊັບ 5 ປະເທດ ເຂດອ່າງແມ່ນໍ້າຂອງ ຈັດຂຶ້ນ 2 ຄັ້ງຕໍ່ປີ ໂດຍການຜັດປ່ຽນກັນເປັນເຈົ້າພາບຕາມລໍາດັບຕົວອັກສອນ ຊຶ່ງກອງປະຊຸມຄັ້ງລ້າສຸດ ແມ່ນກອງປະຊຸມຄັ້ງທີ 5 ທີ່ ຄຄຊ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ໄດ້ຈັດຂຶ້ນທີ່ ແຂວງຫຼວງພະບາງ ໃນເດືອນ ມິຖຸນາ 2015 ທີ່ຜ່ານມາ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເປັນເວທີສໍາລັບປຶກສາຫາລື, ແລກປ່ຽນ-ຖອດຖອນບົດຮຽນ ແລະ ປະສົບການ ແລະ ບັນຫາທີ່ໄດ້ພົບພໍ້ ໃນການພັດທະນາຕະຫຼາດທຶນຂອງ ຄຄຊ 5 ປະເທດ ເຂດອ່າງແມ່ນໍ້າຂອງ, ເປັນເວທີໃນການຄົ້ນຄວ້າ ແລະ ຖອດຖອນບົດຮຽນຂອງສາກົນ ໂດຍການເຊີນເອົາຊ່ຽວຊານຈາກອົງການຈັດຕັ້ງສາກົນ ຫຼື ໜ່ວຍງານທີ່ກ່ຽວຂ້ອງມານໍາສະເໜີຂໍ້ມູນ ແລະ ບົດຮຽນກ່ຽວກັບຫົວຂໍ້ໃດໜຶ່ງທີ່ບັນດາປະເທດສະມາຊິກໃຫ້ຄວາມສົນໃຈ ອີກທັງຍັງເປັນຊ່ອງທາງໃນການສະເໜີ, ແລກປ່ຽນຂໍ້ມູນຂ່າວສານ ແລະ ການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ລະຫວ່າງປະເທດສະມາຊິກດ້ວຍກັນ.
ປັດຈຸບັນ ພາຍໃຕ້ກອບຂອງກອງປະຊຸມດັ່ງກ່າວ ບັນດາປະເທດສະມາຊິກ ໄດ້ເຫັນດີກັນສ້າງບົດບັນທຶກຄວາມເຂົ້າໃຈຫຼາຍຝ່າຍ ກ່ຽວກັບ ການຮ່ວມມື ແລະ ການພັດທະນາຕະຫຼາດທຶນໃນຂົງເຂດອ່າງແມ່ນໍ້າຂອງ ຊຶ່ງປະກອບມີ ຄຄຊ ກໍາປູເຈຍ, ຄຄຊ ສປປ ລາວ, ກລຕ ໄທ ແລະ ຄຄຊ ສສ. ຫວຽດນາມ ທີ່ໄດ້ລົງນາມໃນບັດບັນທຶກຄວາມເຂົ້າໃຈສະບັບດັ່ງກ່າວ.
ອົງການຄຸ້ມຄອງວຽກງານຫຼັກຊັບສາກົນ ຫຼື ອົງການ IOSCO ຖືກສ້າງຕັ້ງຂຶ້ນໃນປີ 1983 ເຊິ່ງແມ່ນອົງການຈັດຕັ້ງສາກົນທີ່ກໍານົດຫຼັກການ ແລະ ມາດຕະຖານສາກົນໃນການຄຸ້ມຄອງວຽກງານຫຼັກຊັບ ມີສະມາ ຊິກປະກອບດ້ວຍ ຄະນະກໍາມະການຄຸ້ມຄອງວຽກງານຫຼັກຊັບ ຫຼື ອົງການຄຸ້ມຄອງດ້ານການເງິນ ຈາກ 110 ປະເທດ ເຊິ່ງໃນນີ້ໄດ້ຄຸ້ມຄອງຫຼາຍກ່ວາ 95% ຂອງຕະຫຼາດຫຼັກຊັບໃນທົ່ວໂລກ.
ອົງການ IOSCO ມີໜ້າທີ່ຕົ້ນຕໍໃນການຊ່ວຍເຫຼືອສະມາຊິກ ໃນການປັບປຸງບັນດາມາດຖານດ້ານລະບຽບກົດໝາຍທີ່ກ່ຽວຂ້ອງກັບວຽກງານການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ໃຫ້ມີປະສິດ ທິພາບ, ມີຄວາມຍຸດຕິທໍາ ແລະ ໂປ່ງໃສ. ພ້ອມນີ້ ກໍ່ເປັນອົງການຈັດຕັ້ງສາກົນທີ່ສ້າງເວທີ ແລະ ເງື່ອນໄຂໃຫ້ແກ່ການແລກປ່ຽນຂໍ້ມູນຂ່າວສານທາງດ້ານຫຼັກຊັບ ແລະ ປະສົບການ ເພື່ອປັບປຸງ ແລະ ພັດທະນາຕະຫຼາດພາຍໃນໃຫ້ມີຄວາມເປັນເອກະພາບໃນການສ້າງມາດຕະຖານ ແລະ ການຄຸ້ມຄອງທຸລະກໍາຫຼັກຊັບໃນສາກົນ ແລະ ສະໜອງການຊ່ວຍເຫຼືອໃນການປັບປຸງຄວາມໝັ້ນຄົງຂອງຕະຫຼາດ ໂດຍການນໍາໃຊ້ບັນດາມາດຖານ ແລະ ຂໍ້ບັງຄັບໃຊ້ທີ່ມີປະສິດທິຜົນຕໍ່ຜູ້ລ່ວງລະເມີດ. ອົງການ IOSCO ມີສໍານັກງານໃຫຍ່ຕັ້ງຢູ່ Madrid ປະເທດສະເປນ.
ຈຸດປະສົງຂອງການສ້າງຕັ້ງ IOSCO ແມ່ນເພື່ອ:
- 1) ເປັນການຮ່ວມມືໃນການພັດທະນາ, ການຈັດຕັ້ງປະຕິບັດ ແລະ ການເສີມສ້າງຄວາມເຊື່ອໝັ້ນຕໍ່ຄວາມຮັບຮູ້ສາກົນ ແລະ
- ສ້າງມາດຕະຖານຂອງລະບຽບການໃຫ້ມີຄວາມສອດຄ່ອງ, ການເຝົ້າລະວັງ ແລະ ການບັງຄັບໃຊ້ບັນດາລະບຽບການ
- ເພື່ອຄຸ້ມຄອງນັກລົງທຶນ, ຮັກສາຄວາມຍຸຕິທຳ, ປະສິດທິພາບ ແລະ ຄວາມໂປ່ງໃສຂອງຕະຫຼາດ ແລະ ເພື່ອຊອກຫາ
- ແລະ ລະບຸຄວາມສ່ຽງໃນທົ່ວລະບົບ;
- 2) ເປັນການສົ່ງເສີມການຄຸ້ມຄອງນັກລົງທຶນ ແລະ ການເສີມສ້າງຄວາມໝັ້ນໃຈໃຫ້ແກ່ນັກລົງທຶນໃນການເຊື່ອມໂຍງ
- ຕະຫຼາດທຶນໂດຍການສ້າງຄວາມເຂັ້ມແຂງໃນການຮ່ວມມື ແລະ ການແລກປ່ຽນຂໍ້ມູນໃນການບັງຄັບໃຊ້ລະບຽບ
- ການຕ້ານການຈັດຕັ້ງປະຕິບັດທີ່ຜິດວິທີ ແລະ ໃນການຄຸ້ມຄອງຕະຫຼາດ ແລະ ບັນດາສື່ກາງດ້ານຕະຫຼາດ; ແລະ
- 3) ເປັນການແລກປ່ຽນຂໍ້ມູນ ແລະ ປະສົບການທັງພາຍໃນ ແລະ ສາກົນ ເພື່ອຊ່ວຍພັດທະນາຕະຫຼາດ, ສ້າງພື້ນຖານ
- ໂຄງລ່າງຕະຫຼາດໃຫ້ມີຄວາມເຂັ້ມແຂງ ແລະ ຈັດຕັ້ງປະຕິບັດລະບຽບການຢ່າງເໝາະສົມ.
ປັດຈຸບັນ ສປປ ລາວ ຍັງບໍ່ທັນໄດ້ເປັນສະມາຊິກຂອງອົງການດັ່ງກ່າວ ແຕ່ກໍ່ໄດ້ມີການລິເລິ່ມກະກຽມຄວາມພ້ອມຢ່າງຮອບດ້ານ ຕັ້ງແຕ່ປີ 2014 ເພື່ອເຮັດໃຫ້ ສປປ ລາວ ສາມາດບັນລຸໄດ້ຕາມກໍານົດເງື່ອນໄຂໃນການສະໝັກເຂົ້າເປັນສະມາຊິກຂອງອົງການ IOSCO ໂດຍ ຄຄຊ ແລະ ສຄຄຊ ໄດ້ປະສານສົມທົບກັບພາກສ່ວນຕ່າງໆ ທັງຈາກ ພາຍໃນ (ທະນາຄານແຫ່ງ ສປປ ລາວ, ກະຊວງຍຸຕິທໍາ, ກະຊວງການຕ່າງປະເທດ, ຫ້ອງວ່າການລັດຖະບານ...) ແລະ ຕ່າງປະເທດ (ບັນດາອົງການຈັດຕັ້ງສາກົນ ແລະ ຄຄຊ ປະເທດອ້ອມຂ້າງທີ່ເປັນສະມາຊິກ) ເພື່ອຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານວິຊາການ ເພື່ອຮັບປະກັນໃຫ້ການສະໝັກເຂົ້າເປັນສະມາຊິກສົມບູນຂອງອົງການ IOSCO ໃຫ້ໄດ້ໄວທີ່ສຸດ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການ IOSCO ທ່ານສາມາດເຂົ້າໄປໄດ້ທີ່: http://www.iosco.org/
