ບໍລິສັດປະເມີນມູນຄ່າຊັບສິນ
- ອີງຕາມ ກົດໝາຍວ່າດ້ວຍຫຼັກຊັບ
(ສະບັບປັບປຸງ) ສະບັບເລກທີ 79/ສພຊ ລົງວັນທີ 3 ທັນວາ 2019;
- ອີງຕາມ
ຂໍ້ຕົກລົງວ່າດ້ວຍການຮັບຮອງບໍລິສັດປະເມີນມູນຄ່າຊັບສິນ (ສະບັບປັບປຸງ) ສະບັບເລກທີ
10/ຄຄຊ ລົງວັນທີ 22 ມິຖຸນາ 2022.
ເງື່ອນໄຂການຮັບຮອງບໍລິສັດປະເມີນມູນຄ່າຊັບສິນ
- ການຮັບຮອງບໍລິສັດປະເມີນມູນຄ່າຊັບສິນ ຕ້ອງມີເງື່ອນໄຂ ດັ່ງນີ້:
1. ມີທຶນຈົດທະບຽນຕໍ່າສຸດ ຫ້າຮ້ອຍລ້ານກີບ;
2. ການກໍານົດຊື່ຂອງບໍລິສັດຕ້ອງມີຄໍາວ່າ “ປະເມີນມູນຄ່າຊັບສິນ”;
3. ມີຄະນະອໍານວຍການທີ່ມີໃບປະກາດສະນີຍະບັດຈົບສາຂາ
ການປະເມີນມູນຄ່າຊັບສິນ, ການບັນຊີ, ການເງິນ ຫຼື ສາຂາອື່ນທີ່ກ່ຽວຂ້ອງ;
4. ເປັນບໍລິສັດປະເມີນມູນຄ່າຊັບສິນ ຈາກພາຍໃນ ຫຼື ບໍລິສັດປະເມີນມູນຄ່າຊັບສິນ
ຈາກຕ່າງປະ ເທດ ທີ່ນອນຢູ່ໃນບັນຊີລາຍຊື່ຂອງປະເທດທີ່ເປັນສະມາຊິກຂອງ ອົງການຄຸ້ມຄອງວຽກງານຫຼັກຊັບສາກົນ
(Intrenational Organization of Securities Commission ຂຽນຫຍໍ້ IOSCO) ຫຼື ຂອງປະເທດທີ່ມີສາຍພົວພັນຮ່ວມມື
ໂດຍການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບ ອົງການຄຸ້ມຄອງວຽກງານຫຼັກຊັບຂອງ ສປປ ລາວ;
5. ມີຊື່ສຽງ ແລະ ປະສົບການໃນການປະເມີນມູນຄ່າຊັບສິນ;
6. ມີລະບົບການຄຸ້ມຄອງບໍລິຫານພາຍໃນທີ່ຮັບປະກັນ;
7. ມີຜູ້ປະເມີນມູນຄ່າຊັບສິນຢ່າງໜ້ອຍ 2 ຄົນ ທີ່ມີໃບຢັ້ງຢືນນັກວິຊາຊີບຜູ້ປະເມີນມູນຄ່າຊັບສິນ ຈາກອົງການຄຸ້ມຄອງວຽກງານຫຼັກຊັບ ແລະ ສະມາຄົມປະເມີນມູນຄ່າຊັບສິນທີ່ກ່ຽວຂ້ອງຈາກ ພາຍໃນ ຫຼື ຕ່າງປະເທດ;
8. ມີຖານະການເງິນດີ ຫຼື ການດໍາເນີນທຸລະກິດ ຕ້ອງມີກໍາໄລ 1 ປີຄືນຫຼັງ ກ່ອນການຍື່ນເອກະສານປະກອບການຂໍຮັບຮອງການໃຫ້ບໍລິການປະເມີນມູນຄ່າຊັບສິນຕໍ່ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຍົກເວັ້ນບໍລິສັດປະເມີນມູນຄ່າຊັບສິນທີ່ສ້າງຕັ້ງຂຶ້ນໃໝ່;
9. ເງື່ອນໄຂອື່ນ ຕາມການກໍານົດຂອງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ.
