ທະນາຄານດູແລຊັບສິນ ♦ ພັນທະທີ່ຈະຕ້ອງປະຕິບັດພາຍຫຼັງໄດ້ຮັບອະນຸຍາດເປັນທະນາຄານດູແລຊັບສິນ ♦ ພັນທະທີ່ຈະຕ້ອງປະຕິບັດພາຍຫຼັງໄດ້ຮັບອະນຸຍາດເປັນທະນາຄານດູແລຊັບສິນ ປະກອບມີ 3 ຫົວຂໍ້ຍ່ອຍຄື: 1. ການລາຍງານ - ກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ເລກທີ 79/ສພຊ ລົງວັນທີ 03 ທັນວາ 2019 ແລະ ປະຕິບັດການລາຍງານ ດັ່ງລາຍລະອຽດ ລຸ່ມນີ້: ພາກທີ່ 1 ຂໍ້ມູນທີ່ຕ້ອງລາຍງານ 1. ຂໍ້ມູນກ່ຽວກັບທະນາຄານດູແລຊັບສິນ - ປະຫວັດຄວາມເປັນມາໂດຍຫຍໍ້ - ກົງຈັກການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ: ໃຫ້ລະບຸລະອຽດກົງຈັກການຈັດຕັ້ງຂອງ ທະນາຄານດູແລຊັບສິນ ແລະ ຂອງຝ່າຍຫຼັກຊັບບໍລິການ - ສະຫຼຸບບັນຊີລາຍຊື່ລູກຄ້າ ທີ່ໃຫ້ບໍລິການດູແລຊັບສິນ ຫຼື ລູກຄ້າ ທີ່ມີຄວາມສົນໃຈ 2. ສະພາບການດໍາເນີນທຸລະກິດ ແລະ ຜົນການດໍາເນີນງານ 3. ແຜນພັດທະນາການດໍາເນີນທຸລະກິດ 4. ຂໍ້ສະເໜີຕ່າງໆ ຂອງທະນາຄານດູແລຊັບສິນ 5. ຂໍ້ມູນອື່ນໆທີ່ກ່ຽວຂ້ອງຖ້າມີ ພາກທີ 2 ການຮັບຮອງຄວາມຖືກຕ້ອງຂອງຂໍ້ມູນ - ຜູ້ອໍານວຍການ - ຫົວໜ້າພະແນກດູແລຊັບສິນ 2. ການເປີດເຜີຍຂໍ້ມູນ - ກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ເລກທີ 79/ສພຊ ລົງວັນທີ 03 ທັນວາ 2019 - ຂໍ້ຕົກລົງວ່າດ້ວຍລະບຽບການເປີດເຜີຍຂໍ້ມູນ ສະບັບເລກທີ 014/ຄລຕ, ລົງວັນທີ 19 ພຶດສະພາ 2011 ( ໝວດທີ III ) 3. ການເກັບຮັກສາຂໍ້ມູນ - ກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ເລກທີ 79/ສພຊ ລົງວັນທີ 03 ທັນວາ 2019 ແລະ ປະຕິບັດການລາຍງານອື່ນໆຕາມການກໍານົດຂອງ ສໍານັກງານ ຄຄຊ ໃນແຕ່ລະໄລຍະ.