ເອກະສານປະກອບການຂໍສ້າງຕັ້ງບໍລິສັດຫຼັກຊັບ

    ເອກະສານປະກອບການຂໍສ້າງຕັ້ງບໍລິສັດຫຼັກຊັບ ຕາມທີ່ລະບຸໄວ້ໃນ ມາດຕາ 52 ຂອງກົດໝາຍວ່າດ້ວຍຫຼັກຊັບ

      1. ຄໍາຮ້ອງຕາມແບບພິມຂອງ ຄຄຊ;
      2. ສັນຍາຮ່ວມທຶນ;
      3. ກົດລະບຽບຂອງບໍລິສັດ;
      4. ສໍາເນົາໃບທະບຽນວິສາຫະກິດ ແລະ ກົດລະບຽບຂອງຜູ້ຂໍສ້າງຕັ້ງທີ່ມີຖານະເປັນນິຕິບກຄົນ;
      5. ໃບຢັ້ງຢືນວຸດທິການສຶກສາ, ໃບແຈ້ງໂທດ, ປະຫວັດໃນການດໍາເນີນທຸລະກິດຂອງສະມາຊິກສະພາບໍລິຫານ ແລະ ຄະນະອໍານວຍການ;
      6. ບັນຊີລາຍຊື່ຜູ້ຖືຮຸ້ນ ແລະ ອັດຕາສ່ວນການຖືຮຸ້ນ, ປະຫວັດຫຍໍ້ຂອງຜູ້ຖືຮຸ້ນ ແລະ ສໍາເນົາບັດປະຈໍາຕົວ ຫຼື ໜັງສືຜ່ານແດນ ສໍາຫຼັບຜູ້ຖືຮຸ້ນທີ່ເປັນບຸກຄົນ;
      7. ເອກະສານລາຍງານການເງິນ ຂອງຜູ້ຖືຮຸ້ນທີ່ເປັນນິຕິບຸກຄົນທີ່ໄດ້ຜ່ານການກວດສອບຈາກບໍລິສັດກວດສອບ;
      8. ແຜນການດໍາເນີນທຸລະກິດຢ່າງໜ້ອຍສາມປີທໍາອິດ ພາຍຫຼັງການສ້າງຕັ້ງ.

    ນອກນັ້ນຍັງຕ້ອງປະກອບເອກະສານເພີ່ມເຕີມຕາມທີ່ລະບຸໄວ້ໃນ ມາດຕາ 3 ຂອງລະບຽບວ່າດ້ວຍການສ້າງຕັ້ງ ແລະ ການເຄື່ອນໄຫວຂອງບໍລິສັດຫຼັກຊັບ ສະບັບເລກທີ 002/ຄຄຊ, ລົງວັນທີ 24 ກໍລະກົດ 2013 ຄື:

      1. ສັນຍາຮ່ວມກັບທະນາຄານດູແລຊັບສິນ (ທະນາຄານຕົວແທນໃນການຊໍາລະ) ຢ່າງໜ້ອຍໜຶ່ງທະນາຄານເພື່ອເຮັດໜ້າທີ່ໃນການຊຳລະ;
      2. ເອກະສານອື່ນໆ ຕາມການກໍານົດຂອງ ຄຄຊ.

      (ເອກະສານປະກອບການຂໍສ້າງຕັ້ງບໍລິສັດຫຼັກຊັບ ທີ່ເປັນພາສາຕ່າງປະເທດ ຕ້ອງແປເປັນພາສາລາວ)