ເງື່ອນໄຂການສ້າງຕັ້ງບໍລິສັດຫຼັກຊັບ
- - ອີງຕາມ ກົດໝາຍວ່າດ້ວຍຫຼັກຊັບ
(ສະບັບປັບປຸງ) ສະບັບເລກທີ 79/ສພຊ ລົງວັນທີ 3 ທັນວາ 2019;
- - ຂໍ້ຕົກລົງວ່າດ້ວຍການຂໍອະນຸຍາດດຳເນີນທຸລະກິດຫຼັກຊັບຂອງບໍລິສັດຫຼັກຊັບ
(ສະບັບປັບປຸງ) ສະບັບເລກທີ 22/ຄຄຊ, ລົງວັນທີ 23 ມິຖຸນາ 2021.
ເງືື່ອນໄຂການຂໍອະນຸຍາດດຳເນີນທຸລະກິດຫຼັກຊັບຂອງບໍລິສັດຫຼັກຊັບ
ຜູ້ທີ່ມີຈຸດປະສົງຂໍອະນຸຍາດດໍາເນີນທຸລະກິດຫຼັກຊັບຂອງບໍລິສັດຫຼັກຊັບ
ຕ້ອງມີເງື່ອນໄຂຕາມທີ່ໄດ້ກຳ ນົດໄວ້ໃນ ກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ມາດຕາ 55.
ນອກຈາກນັ້ນ ຍັງມີເງື່ອນໄຂເພີ່ມເຕີມ ດັ່ງນີ້:
· ມາດຕາ 55 (ປັບປຸງ) ເງື່ອນໄຂການຂໍອະນຸຍາດດໍາເນີນທຸລະກິດຫຼັກຊັບ
ຜູ້ທີ່ມີຈຸດປະສົງຂໍອະນຸຍາດດໍາເນີນທຸລະກິດຫຼັກຊັບ ຕ້ອງມີເງື່ອນໄຂ ດັ່ງນີ້:
1.
ເປັນທະນາຄານທຸລະກິດ,
ບໍລິສັດປະກັນໄພ ພາຍໃນ ຫຼື ຕ່າງປະເທດ ຫຼື ບໍລິສັດຫຼັກຊັບຕ່າງປະເທດ
ໂດຍສາມາດຖືຮຸ້ນໄດ້ ຮ້ອຍສ່ວນຮ້ອຍ. ສໍາລັບ ນິຕິບຸກຄົນອື່ນ ແລະ ບຸກຄົນ ຕ້ອງຮ່ວມທຶນ
ກັບ ທະນາຄານທຸລະກິດ, ບໍລິສັດປະກັນໄພ ຫຼື ບໍລິສັດຫຼັກຊັບ ຕາມອັດຕາສ່ວນການຖືຮຸ້ນທີ່ຄະນະກໍາມະການຄຸ້ມຄອງຫຼັກຊັບກໍານົດ;
2.
ມີທຶນຈົດທະບຽນ ຄື:
-
ຢ່າງໜ້ອຍ ຫ້າຕື້ກີບ
ສໍາລັບ ທີ່ປຶກສາທາງດ້ານການເງິນ;
-
ຢ່າງໜ້ອຍ ສາມສິບຕື້ກີບ
ສໍາລັບ ນາຍໜ້າຊື້ ຂາຍຫຼັກຊັບ;
-
ຢ່າງໜ້ອຍ ໜຶ່ງຮ້ອຍຕື້ກີບ
ສໍາລັບ ຄໍ້າປະກັນການອອກຈໍາໜ່າຍຫຼັກຊັບ.
3.
ມີແຜນການດຳເນີນທຸລະກິດຢ່າງໜ້ອຍ ສາມປີ
ທໍາອິດ ພາຍຫຼັງການສ້າງຕັ້ງ;
4.
ມີລະບົບ ຄວບຄຸມພາຍໃນ,
ການບໍລິຫານຄວາມສ່ຽງ, ເຕັກໂນໂລຊີ ຂໍ້ມູນ ຂ່າວສານ ແລະ
ການປ້ອງກັນຂໍ້ຂັດແຍ່ງທາງດ້ານຜົນປະໂຫຍດ ພາຍໃນບໍລິສັດ, ບໍລິສັດ ກັບ ບຸກຄົນ ຫຼື
ນິຕິບຸກຄົນອື່ນ ທີ່ກ່ຽວຂ້ອງ ຍົກເວັ້ນ ບໍລິສັດຫຼັກຊັບ
ຊຶ່ງເປັນທີ່ປຶກສາທາງດ້ານການເງິນ;
5.
ມີບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດ
ແລະ ປະສົບການທາງດ້ານທຸລະກິດຫຼັກຊັບ, ການເງິນ, ການທະນາຄານ ຫຼື ກົດໝາຍ
ທີ່ປະກອບເຂົ້າໃນ ສະພາບໍລິຫານ ແລະ ຄະນະອຳນວຍການ;
6.
ມີສະມາຊິກສະພາບໍລິຫານ
ແລະ ຄະນະອໍານວຍການ ທີ່ບໍ່ຖືກສານຕັດສີນລົງໂທດທາງອາຍາ
ກ່ຽວກັບການ ສໍ້ໂກງຊັບ, ຍັກຍອກຊັບ ຫຼື ກະທໍາຜິດທາງດ້ານການເງິນ;
7.
ມີນັກວິຊາຊີບທຸລະກິດຫຼັກຊັບໃນຈຳນວນທີ່ເໝາະສົມ;
8.
ມີຖານະການເງິນດີ
ແລະ ໄດ້ຮັບການກວດສອບ ຈາກບໍລິສັດກວດສອບ ທີ່ໄດ້ຮັບການຮັບຮອງຈາກພາກສ່ວນທີ່ກ່ຽວຂ້ອງ,
ບໍ່ເຄີຍກະທໍາຜິດທາງດ້ານການເງິນ;
9.
ມີເງື່ອນໄຂອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
