ທະນາຄານຕົວແທນເພື່ອການຊໍາລະ

ການລາຍງານ

1)      ທະນາຄານຕົວແທນເພື່ອການຊໍາລະໃນວຽກງານຫຼັກຊັບ ຕ້ອງໄດ້ລາຍງານ ຂໍ້ມູນກ່ຽວກັບກະແສເງິນຕາຕ່າງປະເທດເຂົ້າ-ອອກ ຂອງຜູ້ລົງທຶນຕ່າງປະເທດທີ່ນໍາເຂົ້າມາລົງທຶນໃນຫຼັກຊັບຢູ່ ສປປ ລາວ ແລະ ນໍາອອກໄປຕ່າງປະເທດໃຫ້ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຊາບຢ່າງເປັນລາຍລັກອັກສອນ ໃນແຕ່ລະເດືອນ ພາຍໃນເວລາ 15 ວັນ ນັບແຕ່ວັນສິ້ນສຸດເດືອນ ເປັນຕົ້ນໄປ ຕາມຕາຕະລາງຄັດຕິດມາພ້ອມນີ້. 

2)   ທະນາຄານຕົວແທນເພື່ອການຊໍາລະໃນວຽກງານຫຼັກຊັບ ຕ້ອງລາຍງານໃຫ້ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຊາບທັນທີ ກໍລະນີ ບໍ່ສາມາດໃຫ້ບໍລິການ ກ່ຽວກັບການເຄື່ອນໄຫວຊື້ ຂາຍຫຼັກຊັບຂອງຜູ້ລົງທຶນໄດ້.