ບໍລິສັດບໍລິຫານກອງທຶນເພື່ອການລົງທຶນ
ການຂໍອະນຸຍາດດຳເນີນທຸລະກິດຂອງບໍລິສັດບໍລິຫານກອງທຶນເພື່ອການລົງທຶນ
ຜູ້ທີ່ມີຈຸດປະສົງຂໍອະນຸຍາດດໍາເນີນທຸລະກິດຂອງບໍລິສັດບໍລິຫານກອງທຶນເພື່ອການລົງທຶນຕ້ອງມີ
ເງື່ອນໄຂຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ມາດຕາ 72.
ສໍາລັບ
ບໍລິສັດບໍລິຫານກອງທຶນເພື່ອການລົງທຶນຕ່າງປະເທດສາມາດສ້າງຕັ້ງ ແລະ
ບໍລິຫານກອງທຶນເພື່ອການລົງທຶນຢູ່ ສປປ ລາວ ກໍໄດ້.
ສໍາລັບ
ບໍລິສັດບໍລິຫານກອງທຶນເພື່ອການລົງທຶນຕ່າງປະເທດ ທີ່ບໍ່ມີສໍານັກງານທີ່ຕັ້ງຢູ່ ສປປ ລາວ
ຫາກມີຈຸດປະສົງເຂົ້າມາດໍາເນີນທຸລະກິດ ສ້າງຕັ້ງ ແລະ ບໍລິຫານກອງທຶນເພື່ອການລົງທຶນຢູ່
ສປປ ລາວ ຕ້ອງ ມີເງື່ອນໄຂ ດັ່ງນີ້:
1. ໄດ້ຮັບການ ສ້າງຕັ້ງ ແລະ ເຄື່ອນໄຫວ
ຢ່າງຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ ແລະ ລະ ບຽບການທີ່ກ່ຽວຂ້ອງຂອງ ຕ່າງປະເທດ;
2. ເປັນບໍລິສັດບໍລິຫານກອງທຶນເພື່ອການລົງທຶນ
ທີ່ຢູ່ໃນບັນຊີລາຍຊື່ຂອງປະເທດທີ່ເປັນສະມາຊິກຂອງອົົງການຄຸ້ມຄອງວຽກງານຫຼັກຊັບສາກົນ
(IOSCO) ຫຼື
ຂອງປະເທດທີ່ມີສາຍພົວພັນຮ່ວມມື
ໂດຍການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບອົງການຄຸ້ມຄອງວຽກງານຫຼັກຊັບຂອງ ສປປ ລາວ;
3. ມີສັນຍາຮ່ວມທຸລະກິດຮ່ວມກັບ
ບໍລິສັດບໍລິຫານກອງທຶນເພື່ອການລົງທຶນ ທີ່ສ້າງຕັ້ງ ແລະ ດໍາເນີນທຸລະກິດຢູ່ ສປປ ລາວ;
4. ໄດ້ຮັບການອະນຸຍາດຈາກ
ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ.
