ການອອກຈໍາໜ່າຍຮຸ້ນຕໍ່ມວນຊົນ

      1. ເງື່ອນໄຂການອອກຈໍາໜ່າຍຮຸ້ນຕໍ່ມວນຊົນ
      1. ບໍລິສັດ ທີ່ມີຈຸດປະສົງຂໍອອກຈໍາໜ່າຍຮຸ້ນຕໍ່ມວນຊົນ ຕ້ອງມີເງື່ອນໄຂຕົ້ນຕໍ ດັ່ງນີ້:
      2. 1. ເປັນບໍລິສັດ ມະຫາຊົນ;
      3. 2. ສ້າງ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ມາແລ້ວ​ຢ່າງໜ້ອຍ ສາມປີ ຍົ​ກ​ເວັ້ນກໍລະນີບໍລິສັດມີການ​​ແຍກ, ຄວບ ຫຼື ຫັນ​ເປັນບໍລິສັດຮູບ ​ແບບໃໝ່ຈາກບໍລິສັດເດີມທີ່ສ້າງຕັ້ງ ແລະ ເຄື່ອນໄຫວ ຢ່າງໜ້ອຍ ສາມ ປີ​;
      4. 3. ມີສະພາບໍລິຫານ ທີ່ປະກອບດ້ວຍ ສະມາຊິກອິດສະຫຼະຢ່າງໜ້ອຍ ໜຶ່ງສ່ວນສາມ ຂອງຈຳນວນສະມາຊິກສະພາບໍລິຫານ ທັງໝົດ ທີ່ໄດ້ຮັບການແຕ່ງຕັ້ງຈາກກອງປະຊຸມຜູ້ຖືຮຸ້ນ;
      5. 4. ມີຄະນະກຳມະການກວດກາພາຍໃນ ທີ່​ປະກອບ​ດ້ວຍ ​ສະມາ​ຊິກ​ທັງໝົດຢ່າງໜ້ອຍສາມທ່ານ ທີ່ໄດ້ຮັບການແຕ່ງຕັ້ງຈາກ ສະພາບໍລິຫານ ໃນ​ນັ້ນ ​ສອງສ່ວນ​ສາມ ຕ້ອງ​ເປັນສະມາຊິກ​ອິດສະຫຼະ  ຊຶ່ງຢ່າງໜ້ອຍໜຶ່ງທ່ານ ​ຕ້ອງ​ມີຄວາມ​ຮູ້​ຄວາມ​ ສາມາດທາງດ້ານ​ບັນຊີ ​ຫຼື ການ​ເງິນ;
      6. 5. ມີແຜນການລະດົມທຶນ ແລະ ​ແຜນການນໍາໃຊ້ທຶນທີ່ລະດົມໄດ້ ​ໂດຍ​ຜ່ານ​ການ​ຮັບຮອງຈາກກອງປະຊຸມຜູ້ຖືຮຸ້ນ;
      7. 6. ມີເອກະສານລາຍງານການເງິນ ໜຶ່ງປີຄືນຫຼັງ ນັບແຕ່ປີ​ຍື່ນຄຳ​ຮ້ອງ ​ແລະ ​ເອກະສານ​ປະກອບ ການຮ້ອງຂໍອອກຈໍາໜ່າຍ​ ຮຸ້ນ​ໃຫ້​ແກ່​ ສໍານັກງານ ຄຄຊ ​ເປັນ​ຕົ້ນ​ໄປ ຊຶ່ງໄດ້ຮັບການກວດສອບຈາກບໍລິສັດກວດສອບ ​​ແລະ ​ເອກະສານ​ລາຍ​ງານ​ ການ​ເງິນ​ປີ​ສຸດ​ທ້າຍ ກ່ອນ​ວັນຍື່ນຄຳ​ຮ້ອງ ​ແລະ ​ເອກະສານ​ປະກອບ ການຮ້ອງຂໍ​ອອກ​ຈຳໜ່າຍຮຸ້ນ​​ໃຫ້​ແກ່ມວນ​ຊົນ ຕ້ອງ ​ໄດ້​ຮັບ​ຄໍາເຫັນ​ແບບ​ບໍ່ມີ​ເງື່ອນ​ໄຂ ຫຼື ແບບ​ມີ​ເງື່ອນ​ໄຂ ທີ່​ບໍ່​ແມ່ນ​ເງື່ອນ​ໄຂ​ສຳຄັນ ຊຶ່ງ​ກະທົບ​ຕໍ່ຜົນ​ການ​ດຳ​ເນີນ​ງານ ​ແລະ ຖານະ​ການ​ເງິນ​ຂອງ​ບໍລິສັດ;
      8. 7. ບໍ່ມີການປ່ຽນແປງປະເພດການດໍາເນີນທຸລະກິດຕົ້ນຕໍໃນໄລຍະ ສາມປີ ຜ່ານມາ;
      9. 8. ມີ​ລາຍ​ຮັບ​ປີ​ສຸດ​ທ້າຍ ກ່ອນ​ມື້ຍື່ນ​ເອກະສານ​ປະກອບ​ການ​ຮ້ອງ​ຂໍ​ອອກ​ຈຳໜ່າຍຮຸ້ນ​​ໃຫ້​ແກ່ມວນ​ຊົນ ບໍ່​ຫຼຸດໜຶ່ງຕື້​ກີບ, ບໍ່ມີ​ ຂາດທຶນ​ສະ​ສົມ, ການ​ດຳ​ເນີນ​ທຸລະ​ກິດ​ໃນ ໜຶ່ງ ປີຜ່ານມາ​ມີ​ກຳ​ໄລ​ສຸດທິ ​ແລະ ບໍ່ມີໜີ້ເກີນ​ກຳນົດ ຊຶ່ງຄ້າງຊໍາລະຕົ້ນທຶນ ຫຼື ດອກເບ້ຍ ສ່ວນໃດສ່ວນໜຶ່ງ ຫຼື ທັງໝົດ ຕາມທີ່ໄດ້ກໍານົດໄວ້ໃນສັນຍາກູ້ຢືມ;
      10. 9. ມີການຢັ້ງຢືນຄວາມພ້ອມ ການອອກຈຳໜ່າຍຮຸ້ນ​ໃຫ້ແກ່ມ​ວນຊົນ ຈາກທີ່​ປຶກສາ​ດ້ານ​ການ​ເງິນ ພ້ອມດ້ວຍລາຍຊື່ທີມງານ ທີ່ຮັບຜິດຊອບເປັນທີ່ປຶກສາດ້ານການເງິນ​;
      11. 10. ມີ​ການຄໍ້າປະກັນການອອກຈໍາໜ່າຍຮຸ້ນ​ໃຫ້​ແກ່ມ​ວນຊົນ ລະຫວ່າງ ບໍລິສັດທີ່ມີຈຸດປະສົງອອກຈໍາໜ່າຍຮຸ້ນໃຫ້ແກ່ມວນຊົນ ກັບ ຜູ້ຄໍ້າປະກັນການອອກຈໍາໜ່າຍຮຸ້ນ;
      12. 11. ມີແຜນການ​ກ່ຽວກັບການອອກ​ຈຳໜ່າຍຮຸ້ນ​ໃຫ້​ແກ່ມ​ວນຊົນ, ການເຄື່ອນ​ໄຫວທຸລະ​ກິດ ແລະ ການຄາດ​ຄະ​ເນຖານະ​ການ ​ເງິນຢ່າງໜ້ອຍສາມປີຕໍ່ໜ້າ ນັບ​ແຕ່​ປີ​ສໍາ​ເລັດ​ການ​ອອກ​ຈຳໜ່າຍຮຸ້ນ​ໃຫ້​ແກ່ມ​ວນຊົນເປັນ​ຕົ້ນ​ໄປ ​ໂດຍ​ຜ່ານ​ການ​ຮັບຮອງ ​ຈາກ​ສະພາ​ບໍລິຫານ;
      13. 12. ມີເງື່ອນໄຂອື່ນຕາມການກຳນົດຂອງ ສຳນັກງານຄະນະ​ກຳມະການ​ຄຸ້ມ​ຄອງຫຼັກຊັບ.

      1. ເອກະສານປະກອບການຮ້ອງຂໍອອກຈໍາໜ່າຍຮຸ້ນໃຫ້ແກ່ມວນຊົນ
      1. ບໍລິສັດທີ່ມີຈຸດປະສົງອອກຈໍາໜ່າຍຮຸ້ນໃຫ້ແກ່ມວນຊົນ ຕ້ອງຍື່ນຄໍາຮ້ອງ ແລະ ເອກະສານປະກອບ ຕໍ່ ສໍານັກງານ ຄຄຊ ດັ່ງນີ້:
      2. 1.
        1. ຄໍາຮ້ອງຂໍອອກຈໍາໜ່າຍຮຸ້ນໃຫ້ແກ່ມວນຊົນ ຕາມແບບພິມຂອງ ສໍານັກງານ ຄຄຊ;
        2.
        1. ສໍາເນົາໃບທະບຽນວິສາຫະກິດ ແລະ ສໍາເນົາໃບທະບຽນສໍາປະທານ ກໍລະນີເປັນທຸລະກິດສໍາປະທານ;
        3.
        1. ສໍາເນົາໃບຢັ້ງຢືນປະຈໍາຕົວຜູ້ເສຍອາກອນ;
        4.
        1. ສໍາເນົາກົດລະບຽບຂອງບໍລິສັດ ແລະ ບໍລິສັດໃນກຸ່ມ (ຖ້າມີ);
        5.
        1. ມະຕິກອງປະຊຸມຜູ້ຖືຮຸ້ນ ທີ່ຮັບຮອງກ່ຽວກັບ ການອອກຈໍາໜ່າຍຮຸ້ນໃຫ້ແກ່ມວນຊົນ;
        6.
        1. ບັນຊີລາຍຊື່ຜູ້ຖືຮຸ້ນ ແຕ່ໜຶ່ງສ່ວນຮ້ອຍຂຶ້ນໄປ;
        7.

        1. ລາຍຊື່ ແລະ ຊີວະປະຫວັດຫຍໍ້ ຂອງສະມາຊິກສະພາບໍລິຫານ, ຄະນະກໍາມະການກວດກາພາຍໃນ ແລະ ຄະນະອໍາ ນວຍການ ຂອງບໍລິສັດ ແລະ ບໍລິສັດໃນກຸ່ມ (ຖ້າມີ);
        8.ໃບຢັ້ງຢືນຄວາມພ້ອມ ການອອກຈໍາໜ່າຍຮຸ້ນໃຫ້ແກ່ມວນຊົນ ຈາກທີ່ປຶກສາດ້ານການເງິນ;
        9.

        1. ເອກະສານລາຍງານການເງິນໜຶ່ງປີຄືນຫຼັງ ນັບແຕ່ປີຍື່ນຄຳຮ້ອງ ແລະ ເອກະສານປະກອບການຮ້ອງຂໍອອກຈຳໜ່າຍຮຸ້ນ ໃຫ້ແກ່ມວນຊົນ ໃຫ້ແກ່ສໍານັກງານ ຄຄຊ ຊຶ່ງໄດ້ຮັບການກວດສອບຈາກບໍລິສັດກວດສອບ;
        10.

        1. ແຜນການກ່ຽວກັບການອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນ, ການເຄື່ອນໄຫວທຸລະກິດ ແລະ ການຄາດຄະເນຖານະການເງິນ ຢ່າງໜ້ອຍ ສາມປີ ຕໍ່ໜ້າ;
        11.ໜັງສືຊວນຊື້;
        12.

        1. ສັນຍາຄໍ້າປະກັນການອອກຈໍາໜ່າຍຮຸ້ນໃຫ້ແກ່ມວນຊົນ ລະຫວ່າງ ບໍລິສັດທີ່ມີຈຸດປະສົງອອກ ຈໍາໜ່າຍຮຸ້ນໃຫ້ແກ່ມວນຊົນ ກັບ ຜູ້ຄໍ້າປະກັນການອອກຈໍາໜ່າຍຮຸ້ນ;
        13.
        1. ຄໍາເຫັນຂອງ ຄະນະກໍາມະການກວດກາພາຍໃນ ກ່ຽວກັບການບໍລິຫານງານຂອງບໍລິສັດ ໃນໄລຍະຜ່ານມາ;
        14.
        1. ໃບຢັ້ງຢືນຈາກສານປະຊາຊົນ (ໃບແຈ້ງໂທດສໍາລັບນິຕິບຸກຄົນ);
        15.
        1. ເອກະສານອື່ນຕາມການກຳນົດຂອງ ສຳນັກງານ ຄຄຊ.