ໂຄງຮ່າງການຈັດຕັ້ງຂອງສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ)

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ມີຊື່ເປັນພາສາອັງກິດແມ່ນ Lao Securities Commission Office ຫຼືເອີ້ນຫຍໍ້ວ່າ: LSCO ຖືກສ້າງຕັ້ງຂື້ນໂດຍ ຄຄຊ ຕາມຂໍ້ຕົກລົງເລກທີ 013/ຄຄຊ ລົງວັນທີ 17 ທັນວາ 2013.


ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ມີຊື່ຫຍໍ້ວ່າ “ສຄຄຊ” ມີພາລະບົດບາດ ເປັນເສນາທິການໃຫ້ແກ່ ຄະນະກໍາມະການຄຸ້ມຄອງຫຼັກຊັບ ໃນການ ຄຸ້ມຄອງ, ຕິດຕາມ ກວດກາ ວຽກງານຫຼັກຊັບ ແລະ ມີຖານະທຽບເທົ່າກົມ ໂດຍແມ່ນທະນາຄານແຫ່ງ ສປປ ລາວ ເປັນຜູ້ຄຸ້ມຄອງທາງດ້ານການຈັດຕັ້ງ-ພະນັກ ງານ. ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ເປັນທັງອົງການສືບສວນ-ສອບສວນກ່ຽວກັບວຽກງານຫຼັກຊັບ.

ໂຄງຮ່າງການຈັດຕັ້ງຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ)