ການອອກຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ
- ເງື່ອນໄຂການອອກຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ
- ບໍລິສັດ ທີ່ມີຈຸດປະສົງຂໍອອກຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ ຕ້ອງມີເງື່ອນໄຂຕົ້ນຕໍ ດັ່ງນີ້:
1. ມີແຜນການລະດົມທຶນ ແລະ ແຜນການນໍາໃຊ້ທຶນທີ່ລະດົມໄດ້ ໂດຍຜ່ານການຮັບຮອງຈາກກອງປະຊຸມຜູ່ຖືຮຸ້ນ;
2. ມີການຢັ້ງຢືນຄວາມພ້ອມ ການອອກຈຳໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ ຈາກທີ່ປຶກສາດ້ານການເງິນ ພ້ອມດ້ວຍລາຍຊື່ທີມງານ ທີ່ຮັບຜິດຊອບເປັນທີ່ປຶກສາດ້ານການເງິນ;
3. ມີການຄໍ້າປະກັນການອອກຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ ລະຫວ່າງ ບໍລິສັດອອກທີ່ມີຈຸດປະສົງຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນ ເດີມ ກັບ ຜູ່ຄໍ້າປະກັນການອອກຈໍາໜ່າຍຮຸ້ນ;
4. ມີແຜນການກ່ຽວກັບ ການອອກຈຳໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ, ການເຄື່ອນໄຫວທຸລະກິດ ແລະ ການຄາດຄະເນຖາ ນະການເງິນ ຢ່າງໜ້ອຍ ສາມປີ ຕໍ່ໜ້າ ນັບແຕ່ປີສຳເລັດການອອກຈຳໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ ເປັນຕົ້ນໄປ ໂດຍຜ່ານ ການຮັບຮອງຈາກສະພາບໍລິຫານ;
5. ມີເງື່ອນໄຂອື່ນຕາມການກຳນົດຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ.
- ເອກະສານປະກອບການຮ້ອງຂໍອອກຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ
- ບໍລິສັດທີ່ມີຈຸດປະສົງອອກຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ ຕ້ອງຍື່ນຄໍາຮ້ອງ ແລະ ເອກະສານປະກອບ ຕໍ່ ສໍານັກງານ ຄຄຊ ດັ່ງນີ້:
