ວິສາຫະກິດກວດສອບ ແລະ ນັກກວດສອບ


    •    ເງື່ອນໄຂການຮັບຮອງນັກກວດສອບ

    •   - ກົດໝາຍວ່າດ້ວຍຫຼັກຊັບ ສະບັບເລກທີ 21/ສພຊ, ລົງວັນທີ 10 ທັນວາ 2012 ( ມາດຕາ 88 );
    •   - ລະບຽບວ່າດ້ວຍການບັນຊີ ແລະ ການກວດສອບວຽກງານຫຼັກຊັບ ສະບັບເລກທີ 001/ຄຄຊ, ລົງວັນທີ 07 ເມສາ 2015 ( ມາດຕາ 19 )
    •    ເອກະສານປະກອບການຂໍຮັບຮອງນັກກວດສອບ

    •   - ລະບຽບວ່າດ້ວຍການບັນຊີ ແລະ ການກວດສອບວຽກງານຫຼັກຊັບ ສະບັບເລກທີ 001/ຄຄຊ, ລົງວັນທີ 07 ເມສາ 2015 ( ມາດຕາ 20 ) ຄື:

        1.   1. ຄຳຮ້ອງຕາມແບບພິມຂອງສໍານັກງານ ຄຄຊ;
        2.   2. ສໍາເນົາໃບຢັ້ງຢືນເປັນນັກຊ່ຽວຊານບັນຊີ ແລະ ໃບອະນຸຍາດເປັນນັກກວດສອບຕາມກົດໝາຍຈາກ ກະຊວງການເງິນ;
        3.   3. ສໍາເນົາໃບປະການສະນີຍະບັດດ້ານການບັນຊີ ແລະ ດ້ານອື່ນໆທີ່ກ່ຽວຂ້ອງ ເປັນຕົ້ນ ການເງິນ, ການທະນາຄານ,
        4.      ການບໍລິຫານທຸລະກິດ, ເສດຖະສາດ, ການຕະຫຼາດ, ສະຖິຕິ, ການສື່ສານທາງດ້ານການດໍາເນີນທຸລະກິດ,
        5.      ລະບົບການຈັດຂໍ້ມູນ-ຂ່າວສານ, ກົດຈັນຍາບັນ ແລະ ກົດໝາຍ (ຖ້າມີ);
        6.   4. ໃບແຈ້ງໂທດບໍ່ໃຫ້ກາຍສາມເດືອນ;
        7.   5. ໃບຢັ້ງຢືນທີ່ຢູ່ປັດຈຸບັນ;
        8.   6. ຊີວະປະຫວັດຫຍໍ້;
        9.   7. ສໍາເນົາສັນຍາຮ່ວມມືກັບຮຸ້ນສ່ວນບໍລິຫານ;
        10.   8. ຊີວະປະຫວັດຂອງຮຸ້ນສ່ວນບໍລິຫານ.

    •    ພັນທະທີ່ຈະຕ້ອງປະຕິບັດພາຍຫຼັງໄດ້ຮັບການຮັບຮອງຈາກ ສຄຄຊ ປະກອບມີ 3 ຫົວຂໍ້ຍ່ອຍຄື:

    •   1. ການລາຍງານ
    •   - ກົດໝາຍວ່າດ້ວຍຫຼັກຊັບ ສະບັບເລກທີ 21/ສພຊ, ລົງວັນທີ 10 ທັນວາ 2012 ( ມາດຕາ 123 ແລະ 125 );
    •   - ລະບຽບການວ່າດ້ວຍການລາຍງານ ສະບັບເລກທີ 373/ສຄລຕ, ລົງວັນທີ 24 ກຸມພາ 2012 ( ໝວດທີ V ).

    •   2. ການເປີດເຜີຍຂໍ້ມູນ
    •   - ກົດໝາຍວ່າດ້ວຍຫຼັກຊັບ ສະບັບເລກທີ 21/ສພຊ, ລົງວັນທີ 10 ທັນວາ 2012 ( ມາດຕາ 124 );
    •   - ຂໍ້ຕົກລົງວ່າດ້ວຍລະບຽບການເປີດເຜີຍຂໍ້ມູນ ສະບັບເລກທີ 014/ຄລຕ, ລົງວັນທີ 19 ພຶດສະພາ 2011 ( ໝວດທີ III ).

    •   3. ການເກັບຮັກສາຂໍ້ມູນ
    •   - ກົດໝາຍວ່າດ້ວຍຫຼັກຊັບ ສະບັບເລກທີ 21/ສພຊ, ລົງວັນທີ 10 ທັນວາ 2012 ( ມາດຕາ 126 ).

    •     ແລະ ປະຕິບັດການລາຍງານອື່ນໆຕາມການກໍານົດຂອງ ສໍານັກງານ ຄຄຊ ໃນແຕ່ລະໄລຍະ.



    •