ບໍລິສັດຈັດລໍາດັບຄວາມໜ້າເຊື່ອຖື
ເງືື່ອນໄຂການຂໍອະນຸຍາດຮັບຮອງເປັນບໍລິສັດຈັດລໍາດັບຄວາມໜ້າເຊື່ອຖື
- ການຮັບຮອງເປັນບໍລິສັດຈັດລໍາດັບຄວາມໜ້າເຊື່ອຖື ຕ້ອງມີເງື່ອນໄຂ ດັ່ງນີ້:
1. ເປັນບໍລິສັດຈັດລໍາດັບຄວາມໜ້າເຊື່ອຖືສາກົນ ຫຼື ເປັນບໍລິສັດຈັດລໍາດັບຄວາມໜ້າເຊື່ອຖື ທີ່ນອນຢູ່ໃນບັນຊີລາຍຊື່ຂອງປະເທດທີ່ເປັນສະມາຊິກຂອງ ອົົງການຄຸ້ມຄອງວຽກງານຫຼັກຊັບສາກົນ (IOSCO) ຫຼື ຂອງປະເທດທີ່ມີສາຍພົວພັນຮ່ວມມື ໂດຍການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບ ອົງການຄຸ້ມຄອງວຽກງານຫຼັກຊັບຂອງ
ສປປ ລາວ (ກໍລະນີ ເປັນບໍລິສັດຈັດລໍາດັບຄວາມໜ້າເຊື່ອຖືຈາກຕ່າງປະເທດ);
2. ມີລະບົບການຄຸ້ມຄອງບໍລິຫານພາຍໃນທີ່ຮັບປະກັນ;
3. ມີຜູ້ຮັບຜິດຊອບຈັດລໍາດັບຄວາມໜ້າເຊື່ອຖື ຢ່າງໜ້ອຍ 2 ຄົນ
ທີ່ໄດ້ຮັບໃບຢັ້ງຢືນການຜ່ານຫຼັກສູດທາງດ້ານວິຊາຊີບການເງິນ ແລະ ການລົງທຶນລະດັບສາກົນ (Chartered Financial
Analyst: CFA), ໃບຢັ້ງຢືນວິຊາຊີບຈັດລຳດັບຄວາມໜ້າເຊື່ອຖື (Rating professional certificate) ແລະ/ຫຼື
ໃບຮັບຮອງເປັນຜູ້ຮັບຜິດຊອບຈັດລໍາດັບຄວາມໜ້າເຊື່ອຖືຈາກ
ອົງການຄຸ້ມຄອງວຽກງານຫຼັກຊັບຂອງຕ່າງປະເທດ
ພ້ອມທັງມີປະສົບການຈັດລໍາດັບຄວາມໜ້າເຊື່ອຖືໃນຂົງເຂດວຽກງານຫຼັກຊັບ ຢ່າງໜ້ອຍ 2 ປີ;
4. ມີຖານະການເງິນດີ ຫຼື ການເຄື່ອນໄຫວທຸລະກິດ ຕ້ອງມີກໍາໄລ 1 ປີ ຄືນຫຼັງ ກ່ອນການຍື່ນເອກະ ສານປະກອບການຂໍຮັບຮອງຕໍ່ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ;
5. ເງື່ອນໄຂອື່ນ ຕາມການກໍານົດຂອງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ.
