ພາລະບົດບາດ ແລະ ໜ້າທີ່ ຂອງ ຄຄຊ

ຄະນະກໍາມະການຄຸ້ມຄອງຫຼັກຊັບ ມີຊື່ຫຍໍ້ວ່າ “ຄຄຊ” ແມ່ນ ການຈັດຕັ້ງທີ່ບໍ່ປະຈໍາການ ຊຶ່ງເປັນການຈັດຕັ້ງສູງສຸດຂອງອົງການຄຸ້ມຄອງວຽກງານຫຼັກຊັບ ມີພາລະບົດບາດເປັນຜູ້ຄຸ້ມຄອງວຽກງານຫຼັກຊັບຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍແມ່ນ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ເປັນຜູ້ຮັບຜິດຊອບໂດຍກົງໃນການ ຄຸ້ມຄອງ, ຕິດຕາມ ກວດກາ ວຽກງານຫຼັກຊັບບົນພື້ນຖານການປະ ສານສົມທົບ ແລະ ແລກປ່ຽນຂໍ້ມູນ ກັບພາກສ່ວນອື່ນທີ່ກ່ຽວຂ້ອງ.

ຄະນະກໍາມະການຄຸ້ມຄອງຫຼັກຊັບ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄວ້າ ສ້າງ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບວຽກງານຫຼັກຊັບ ເພື່ອສະເໜີລັດຖະບານພິຈາລະນາ;
2. ໂຄສະນາ ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຫຼັກຊັບ;
3. ຕິດຕາມການຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ລັດຖະບັນ ຍັດ ແລະ ດໍາລັດ ກ່ຽວກັບວຽກງານຫຼັກຊັບ;
4. ຮັບຮອງລະບຽບການກ່ຽວກັບວຽກງານຫຼັກຊັບ ຕາມການສະເໜີຂອງ ສໍານັກງານຄະ ນະກໍາມະການຄຸ້ມຄອງຫຼັກຊັບ;
5. ຮັບຮອງແຜນການເຄື່ອນໄຫວວຽກງານຂອງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຕາມການສະເໜີຂອງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ;
6. ພິຈາລະນາ ອະນຸຍາດ, ໂຈະ ແລະ ຍົກເລີກ ການອອກຈໍາໜ່າຍຫຼັກຊັບ ຕາມການສະ ເໜີຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ;
7. ພິຈາລະນາ ອະນຸຍາດ, ໂຈະ ແລະ ຍົກເລີກ ການສ້າງຕັ້ງກອງທຶນ ເພື່ອການລົງທຶນ ຕາມການສະເໜີຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ;
8. ພິຈາລະນາ ອະນຸຍາດ ສ້າງຕັ້ງ ຫຼື ຮັບຮອງ ສະຖາບັນສື່ກາງດ້ານຫຼັກຊັບ, ໂຈະການດໍາເນີນທຸລະກິດ, ຖອນໃບອະນຸຍາດສ້າງຕັ້ງ ຫຼື ໃບຮັບຮອງສະຖາບັນສື່ກາງດ້ານຫຼັກຊັບ ຕາມການສະເໜີຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ;
9. ພິຈາລະນາ ອອກ ຫຼື ຖອນ ໃບຢັ້ງຢືນນັກວິຊາຊີບທຸລະກິດຫຼັກຊັບ, ປະກອບຄໍາເຫັນຕໍ່ການສ້າງຕັ້ງສະມາຄົມວຽກງານຫຼັກຊັບ ເພື່ອສະເໜີໃຫ້ພາກສ່ວນກ່ຽວຂ້ອງອະນຸຍາດສ້າງຕັ້ງ;
10. ພິຈາລະນາ ອະນຸຍາດດໍາເນີນທຸລະກິດ, ໂຈະ ແລະ ຍຸບເລີກ ການດໍາເນີນທຸລະກິດຂອງຕະຫຼາດຫຼັກຊັບ ຕາມການເຫັນດີຂອງລັດຖະບານ;
11. ພິຈາລະນາ ອະນຸຍາດດໍາເນີນທຸລະກິດ, ໂຈະ ແລະ ຍຸບເລີກ ການດໍາເນີນທຸລະກິດຂອງສູນຮັບຝາກຫຼັກຊັບ ຕາມການສະເໜີຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ;
12. ແຕ່ງຕັ້ງ ຫຼື ປົດຕໍາແໜ່ງ ຫົວໜ້າ ແລະ ຮອງຫົວໜ້າອົງການສືບສວນ-ສອບສວນກ່ຽວກັບວຽກງານຫຼັກຊັບ ແລະ ເຈົ້າໜ້າທີ່ສືບສວນ-ສອບສວນກ່ຽວກັບວຽກງານຫຼັກຊັບ ຕາມການສະເໜີຂອງຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ;
13. ພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບການຄຸ້ມຄອງ ແລະ ພັດທະນາວຽກງານຫຼັກຊັບ;
14. ພິຈາລະນາມາດຕະການທາງບໍລິຫານຕໍ່ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະ ເມີດກົດໝາຍສະບັບນີ້ ຕາມການສະເໜີຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ;
15. ຮຽກເອົາຂໍ້ມູນ, ຄໍາໃຫ້ການ, ເອກະສານ ກ່ຽວກັບການເຄື່ອນໄຫວບັນຊີເງິນ ຈາກທະນາຄານທຸລະກິດ, ບັນຊີຫຼັກຊັບ ແລະ ຂໍ້ມູນອື່ນ ຈາກພາກສ່ວນທີ່ກ່ຽວຂ້ອງ;
16. ມອບສິດໃຫ້ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ເຄື່ອນໄຫວວຽກງານໃດໜຶ່ງ;
17. ລາຍງານການເຄື່ອນໄຫວວຽກງານກ່ຽວກັບຫຼັກຊັບຕໍ່ລັດຖະບານຢ່າງເປັນປົກກະຕິ;
18. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ໂຄງປະກອບຂອງ ຄຄຊ

ໂຄງປະກອບຂອງ ຄຄຊ ໄດ້ມີການປັບປຸງແຕ່ລະໄລຍະ ເພື່ອໃຫ້ສອດຄ່ອງກັບສະພາບການພັດທະນາຕະຫຼາດທຶນ ຊຶ່ງພາຍ ຫຼັງການປັບປຸງຄັ້ງສຸດທ້າຍໃນປີ 2021 ຄຄຊ ປະກອບດ້ວຍຄະນະທັງໝົດ 11 ທ່ານ ຄື: ປະທານ, ຮອງປະທານ 2 ທ່ານ, ຄະນະກຳມະການ 7 ທ່ານ ແລະ ເລຂາ ຄຄຊ.



ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ປະທານ ຄຄຊ
ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານ ຄຄຊ ຜູ້ປະຈໍາການ
ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ຮອງປະທານ ຄຄຊ
ທ່ານ ປອ. ເຂິງຄໍາ ແກ້ວໜູຈັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກໍາມະການ ຄຄຊ
ທ່ານ ພົນຕີ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ກໍາມະການ ຄຄຊ
ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທໍາ, ກໍາມະການ ຄຄຊ
ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ກໍາມະການ ຄຄຊ
ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ກໍາມະການ ຄຄຊ
ທ່ານ ນາງ ພອນເພັດ ອຸ່ນແກ້ວ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ກໍາມະການ ຄຄຊ
ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສໍານັກງານ ຄຄຊ, ເລຂາ ຄຄຊ