ການອອກຈໍາໜ່າຍຮຸ້ນໃນວົງຈໍາກັດ
- ເງື່ອນໄຂການອອກຈໍາໜ່າຍຮຸ້ນໃນວົງຈໍາກັດ
- ບໍລິສັດ ທີ່ມີຈຸດປະສົງຂໍອອກຈໍາໜ່າຍຮຸ້ນໃນວົງຈໍາກັດ ຕ້ອງມີເງື່ອນໄຂຕົ້ນຕໍ ດັ່ງນີ້:
1. ເປັນບໍລິສັດ ມະຫາຊົນ;
2. ສ້າງຕັ້ງ ແລະ ເຄື່ອນໄຫວມາແລ້ວຢ່າງໜ້ອຍ ໜຶ່ງ ປີ ຍົກເວັ້ນກໍລະນີ ບໍລິສັດ ມີການແຍກ, ຄວບ ຫຼື ຫັນເປັນບໍລິສັດ ຮູບແບບໃໝ່;
3. ມີສະພາບໍລິຫານ ທີ່ປະກອບດ້ວຍ ສະມາຊິກອິດສະຫຼະຢ່າງໜ້ອຍ ໜຶ່ງສ່ວນສາມ ຂອງຈຳ ນວນສະມາຊິກສະພາບໍລິຫານ ທັງໝົດ ທີ່ໄດ້ຮັບການແຕ່ງຕັ້ງຈາກກອງປະຊຸມຜູ່ຖືຮຸ້ນ;
4. ມີຄະນະກຳມະການກວດກາພາຍໃນ ທີ່ປະກອບດ້ວຍ ສະມາຊິກທັງໝົດຢ່າງໜ້ອຍສາມທ່ານ ທີ່ໄດ້ຮັບການແຕ່ງຕັ້ງຈາກ ສະພາບໍລິຫານ ໃນນັ້ນ ສອງສ່ວນສາມ ຕ້ອງເປັນສະມາຊິກອິດສະຫຼະ ຊຶ່ງຢ່າງໜ້ອຍໜຶ່ງທ່ານ ຕ້ອງມີຄວາມຮູ້ຄວາມສາ ມາດ ທາງດ້ານບັນຊີ ຫຼື ການເງິນ;
5. ມີແຜນການລະດົມທຶນ ແລະ ແຜນການນໍາໃຊ້ທຶນທີ່ລະດົມໄດ້ ໂດຍຜ່ານການຮັບຮອງຈາກກອງປະຊຸມຜູ່ຖືຮຸ້ນ;
6. ມີເອກະສານລາຍງານການເງິນ ໜຶ່ງປີຄືນຫຼັງ ນັບແຕ່ປີ ຍື່ນຄຳຮ້ອງ ແລະ ເອກະສານປະກອບ ການຮ້ອງຂໍອອກຈຳໜ່າຍ ຮຸ້ນໃນວົງຈໍາກັດ ໃຫ້ແກ່ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ເປັນຕົ້ນໄປ ຊຶ່ງເອກະສານລາຍງານການເງິນ ຕ້ອງໄດ້ຮັບການກວດສອບຈາກບໍລິສັດກວດສອບ;
7. ມີຄວາມສາມາດສ້າງກຳໄລ, ມີຖານະການເງິນທີ່ໝັ້ນຄົງ ແລະ ບໍ່ມີໜີ້ເກີນກໍານົດ;
8. ມີການຢັ້ງຢືນຄວາມພ້ອມ ການອອກຈຳໜ່າຍຮຸ້ນໃນວົງຈຳກັດ ຈາກທີ່ປຶກສາດ້ານການເງິນ ພ້ອມດ້ວຍລາຍຊື່ທີມງານທີ່ຮັບ ຜິດຊອບເປັນທີ່ປຶກສາດ້ານການເງິນ;
9. ມີແຜນການກ່ຽວກັບ ການອອກຈຳໜ່າຍຮຸ້ນໃນວົງຈຳກັດ, ການເຄື່ອນໄຫວທຸລະກິດ ແລະ ການຄາດຄະເນຖານະການເງິນ ຢ່າງໜ້ອຍ ສາມປີຕໍ່ໜ້າ ນັບແຕ່ປີສຳເລັດການອອກຈຳໜ່າຍຮຸ້ນໃນວົງຈຳກັດ ເປັນຕົ້ນໄປ ໂດຍຜ່ານການຮັບຮອງຈາກ ສະພາບໍລິຫານ;
10. ຮຸ້ນທີ່ອອກຈຳໜ່າຍໃນວົງຈຳກັດ ບໍ່ສາມາດຊື້-ຂາຍ ພາຍໃນກຳນົດເວລາຢ່າງໜ້ອຍ ຫົກເດືອນ ນັບແຕ່ວັນສິ້ນສຸດການ ຈຳໜ່າຍຮຸ້ນໃນວົງຈໍາກັດ ເປັນຕົ້ນໄປ;
11. ມີເງື່ອນໄຂອື່ນຕາມການກຳນົດຂອງສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ.
- ເອກະສານປະກອບການຮ້ອງຂໍອອກຈໍາໜ່າຍຮຸ້ນໃນວົງຈໍາກັດ
- ບໍລິສັດທີ່ມີຈຸດປະສົງອອກຈໍາໜ່າຍຮຸ້ນໃນວົງຈໍາກັດ ຕ້ອງຍື່ນຄໍາຮ້ອງ ແລະ ເອກະສານປະກອບ ຕໍ່ ສໍານັກງານ ຄຄຊ ດັ່ງນີ້:
