ທະນາຄານຕົວແທນເພື່ອການຊໍາລະ
ເງື່ອນໄຂການຂໍຮັບຮອງ
ການຂໍຮັບຮອງເປັນທະນາຄານຕົວແທນເພື່ອການຊໍາລະ
ຕ້ອງມີເງື່ອນໄຂ ດັ່ງນີ້:
1) ມີລະບົບສາມາດເຊື່ອມຕໍ່ກັບ ບໍລິສັດຫຼັກຊັບ
ທີ່ຕົນເປັນຕົວແທນເພື່ອການຊໍາລະ, ຕະຫຼາດຫຼັກຊັບ ຫຼື ທະນາຄານຕົວແທນເພື່ອການຊໍາລະອື່ນ
ເພື່ອຮອງຮັບໃຫ້ແກ່ການເຄື່ອນໄຫວຊື້ ຂາຍຫຼັກຊັບ;
2) ມີຄວາມພຽງພໍຂອງທຶນ ຕາມລະບຽບການທີ່
ທະນາຄານແຫ່ງ ສປປ ລາວ ກໍານົດອອກໃນແຕ່ລະໄລຍະ;
3) ມີຄວາມພ້ອມໃນການໃຫ້ບໍລິການ
ເພື່ອຮັບປະກັນໃຫ້ແກ່ຜູ້ລົງທຶນໃນການເຄື່ອນໄຫວຊື້ ຂາຍຫຼັກຊັບ ໂດຍສະເພາະທາງດ້ານ
ບຸກຄະລາກອນໃນຈໍານວນທີ່ເໝາະສົມ, ການບໍລິຫານຄວາມສ່ຽງ ແລະ
ຄວາມພ້ອມດ້ານອື່ນຕາມຄວາມຈໍາເປັນ.
