ວິສາຫະກິດບັນຊີ ແລະ ນັກຊ່ຽວຊານບັນຊີ

ເອກະສານປະກອບການຂໍຮັບຮອງວິສາຫະກິດບັນຊີ

- ລະບຽບວ່າດ້ວຍການບັນຊີ ແລະ ການກວດສອບວຽກງານຫຼັກຊັບ ສະບັບເລກທີ 001/ຄຄຊ, ລົງວັນທີ 07 ເມສາ 2015 ( ມາດຕາ 9 ) ຄື:

  1. ຄຳຮ້ອງຕາມແບບພິມຂອງສໍານັກງານ ຄຄຊ;
  2. ສໍາເນົາໃບອະນຸຍາດໃຫ້ດໍາເນີນ ວິສາຫະກິດບັນຊີຈາກ ກະຊວງການເງິນ;
  3. ສໍາເນົາໃບຢັ້ງຢືນເປັນນັກຊ່ຽວຊານບັນຊີຂອງ ສະມາຊິກສະພາບໍລິຫານຈາກ ກະຊວງການເງິນ;
  4. ບັນຊີລາຍຊື່ພະນັກງານວິຊາການດ້ານການບັນຊີ ທີ່ມີໃບຢັ້ງຢືນນັກຊ່ຽວຊານບັນຊີຈາກ ກະຊວງການເງິນພ້ອມດ້ວຍຊີວະປະຫວັດຫຍໍ້ ແລະ ປະສົບການໃນການໃຫ້ບໍລິການດ້ານການບັນຊີຂອງພວກກ່ຽວ;
  5. ໃບຢັ້ງຢືນຈາກສານປະຊາຊົນບໍ່ໃຫ້ກາຍສາມເດືອນ ເພື່ອຢັ້ງຢືນວ່າ ບໍ່ມີສໍານວນຄະດີກ່ຽວກັບວິສາຫະກິດບັນຊີດັ່ງກ່າວ ຄ້າງຄາຢູ່ສານປະຊາຊົນ;
  6. ສໍາເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນປະຈໍາຕົວຜູ້ເສຍອາກອນ ແລະ ກົດລະບຽບຂອງບໍລິສັດ;
  7. ສໍາເນົາໃບຢັ້ງຢືນການເປັນສະມາຊິກຂອງສະພາວິຊາຊີບນັກບັນຊີ ແລະນັກກວດສອບ;
  8. ບົດລາຍງານການເຄື່ອນໄຫວທຸລະກິດ ແລະ ເອກະສານລາຍງານການເງິນ 1 ປີຄືນຫຼັງ ກ່ອນປີຍື່ນເອກະສານປະກອບການຂໍຮັບຮອງຕໍ່ ສໍານັກງານ ຄຄຊ ເປັນຕົ້ນໄປ, ຍົກເວັ້ນວິສາຫະກິດບັນຊີ ທີ່ສ້າງຕັ້ງຂື້ນໃໝ່. ເອກະສານລາຍງານການເງິນຕ້ອງຄົບຖ້ວນ ແລະ ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການບັນຊີ;
  9. ແຜນການກ່ຽວກັບການເຄື່ອນໄຫວທຸລະກິດຂອງຕົນຢ່າງລະອຽດ ສາມປີຕໍ່ໜ້າ ພາຍຫຼັງທີ່ໄດ້ຮັບການຮັບຮອງເປັນຕົ້ນໄປ.

ເອກະສານປະກອບການຂໍຮັບຮອງນັກຊ່ຽວຊານບັນຊີ

- ລະບຽບວ່າດ້ວຍການບັນຊີ ແລະ ການກວດສອບວຽກງານຫຼັກຊັບ ສະບັບເລກທີ 001/ຄຄຊ, ລົງວັນທີ 07 ເມສາ 2015 ( ມາດຕາ 12 ) ຄື:

  1. ຄຳຮ້ອງຕາມແບບພິມຂອງສໍານັກງານ ຄຄຊ;
  2. ສໍາເນົາໃບຢັ້ງຢືນເປັນນັກຊ່ຽວຊານບັນຊີຈາກ ກະຊວງການເງິນ;
  3. ສໍາເນົາໃບປະການສະນີຍະບັດດ້ານການບັນຊີ ແລະ ດ້ານອື່ນໆທີ່ກ່ຽວຂ້ອງ ເປັນຕົ້ນ ການເງິນ, ການທະນາຄານ, ການບໍລິຫານທຸລະກິດ, ເສດຖະສາດ, ການຕະຫຼາດ, ສະຖິຕິ, ການສື່ສານທາງດ້ານການດໍາເນີນທຸລະກິດ, ລະບົບການຈັດຂໍ້ມູນ-ຂ່າວສານ, ກົດຈັນຍາບັນ ແລະ ກົດໝາຍ (ຖ້າມີ);
  4. ໃບແຈ້ງໂທດບໍ່ໃຫ້ກາຍສາມເດືອນ;
  5. ໃບຢັ້ງຢືນທີ່ຢູ່ປັດຈຸບັນ;
  6. ຊີວະປະຫວັດຫຍໍ້.
ພັນທະທີ່ຈະຕ້ອງປະຕິບັດພາຍຫຼັງໄດ້ຮັບການຮັບຮອງຈາກ ສຄຄຊ ປະກອບມີ 3 ຫົວຂໍ້ຍ່ອຍຄື:
3. ການເກັບຮັກສາຂໍ້ມູນ

- ກົດໝາຍວ່າດ້ວຍຫຼັກຊັບ ສະບັບເລກທີ 21/ສພຊ, ລົງວັນທີ 10 ທັນວາ 2012 ( ມາດຕາ 126 ).

ແລະ ປະຕິບັດການລາຍງານອື່ນໆຕາມການກໍານົດຂອງ ສໍານັກງານ ຄຄຊ ໃນແຕ່ລະໄລຍະ.