ການເຂົ້າຮ່ວມ ກອງປະຊຸມຄະນະກໍາມະການພັດທະນາຕະຫຼາດທຶນອາຊຽນ ຄັ້ງທີ 44 ແລະ “ພິທີເປີດຕົວເຄືອຂ່າຍຄວາມຮູ້ດ້ານ ການຄຸ້ມຄອງ ແລະ ການບັງຄັບໃຊ້ກົດໝາຍ

 ໃນວັນທີ 26 ມີນາ 2026, ທີ່ ເກາະໂບຣາໄຄ, ປະເທດຟີລິບປິນ, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ພ້ອມດ້ວຍ ຜູ້ຕາງໜ້າຈາກ ອົງການຄຸ້ມຄອງຫຼັກຊັບ ຈາກ 10 ປະເທດສະມາຊິກອາຊຽນ, ທະນາຄານພັດທະນາອາຊີ, ກອງເລຂາອາຊຽນ, ສະຖາບັນການເງິນຍືນຍົງອາຊີ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມ “ກອງປະຊຸມຄະນະກໍາມະການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Markets Forum Chairs’ Meeting) ຄັ້ງທີ 44” ໂດຍການເປັນເຈົ້າພາບຂອງ ຄະນະກໍາມະການຄຸ້ມຄອງຫຼັກຊັບຟີລິບປິນ. ກອງປະຊຸມຄັ້ງນີ້ ເປັນຂີດໝາຍສຳຄັນໃນການເລີ່ມຕົ້ນຈັດຕັ້ງປະຕິບັດ ແຜນປະຕິບັດງານຂອງ ACMF ສົກປີ 2026-2030 ທີ່ແນໃສ່ການຍົກລະດັບຕະຫຼາດທຶນອາຊຽນ ໃຫ້ມີການເຊື່ອມໂຍງທີ່ເລິກເຊິ່ງ, ມີຄວາມເຂັ້ມແຂງ ແລະ ເປີດກວ້າງການມີສ່ວນຮ່ວມຫຼາຍຂຶ້ນ.

ໃນກອງປະຊຸມດັ່ງກ່າວ ໄດ້ມີການປຶກສາຫາລື ແລະ ຮັບຮອງຫຼາຍວຽກງານສຳຄັນ ເຊັ່ນ: ການຊຸກຍູ້ການເຊື່ອມໂຍງການລົງທຶນ ຜ່ານຂໍ້ລິເລີ່ມ ASEAN Diamonds, ການສຶກສາການເຊື່ອມໂຍງໃບຮັບຝາກຫຼັກຊັບຕ່າງປະເທດ ແລະ ການຂະຫຍາຍການຈົດທະບຽນຂ້າມຕະຫຼາດໃນອາຊຽນ. ພ້ອມທັງເລັ່ງລະດົມການເງິນແບບຍືນຍົງ ໂດຍການອອກຄູ່ມືຫຼຸດຜ່ອນຜົນກະທົບ ແລະ ການປັບຕົວເພື່ອຄວາມທົນທານ ລວມເຖິງ ຈັນຍາບັນຂອງອາຊຽນສໍາລັບຜູ້ກວດສອບພາຍນອກ ເພື່ອສະໜັບສະໜູນການລົງທຶນແບບຍືນຍົງທີ່ໜ້າເຊື່ອຖື. ນອກຈາກນີ້, ກອງປະຊຸມ ຍັງໄດ້ອະນຸມັດແຜນວຽກ, ກໍານົດເວລາ ແລະ ງົບປະມານ ປະຈໍາປີ 2026 ຂອງແຕ່ລະໜ່ວຍງານ, ພ້ອມທັງຮັບຮອງການສ້າງຕັ້ງ 3 ໜ່ວຍງານໃໝ່ ຄື: ໜ່ວຍງານການຄຸ້ມຄອງ ແລະ ການບັງຄັບໃຊ້ກົດໝາຍ, ໜ່ວຍງານການເງິນອິດສະລາມ ແລະ ໜ່ວຍງານການສົ່ງເສີມຕະຫຼາດ. ອີກໜຶ່ງບາດກ້າວສຳຄັນ, ກອງປະຊຸມຍັງໄດ້ຮັບຮອງເອົາທາງເລືອກໃນການສ້າງຕັ້ງຫ້ອງການ ACMF ໂດຍໄດ້ຮັບການສະໜັບສະໜູນຈາກ ທະນາຄານພັດທະນາອາຊີ ຈົນເຖິງປີ 2030 ອີກດ້ວຍ. 




ໃນຕອນບ່າຍຂອງວັນດຽວກັນ ສຄຄຊ ກໍໄດ້ສືບຕໍ່ເຂົ້າຮ່ວມພິທີເປີດຕົວ “ເຄືອຂ່າຍຄວາມຮູ້ດ້ານຄຸ້ມຄອງ ແລະ ການບັງຄັບໃຊ້ກົດໝາຍ” (Knowledge Network of Supervisory and Enforcement Directors) ຢ່າງເປັນທາງການ. ໃນພິທີດັ່ງກ່າວ ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າ ສຄຄຊ ໃນນາມ ຮອງປະທານ ໜ່ວຍງານວິຊາການການຄຸ້ມຄອງ ແລະ ການບັງຄັບໃຊ້ກົດໝາຍ ກໍໄດ້ໃຫ້ກຽດຂຶ້ນກ່າວມີຄໍາເຫັນ. ເຄື່ອຄ່າຍນີ້ສ້າງຕັ້ງຂຶ້ນ ໂດຍມີວັດຖຸປະສົງ ໃນການຮັດແໜ້ນຄວາມຮ່ວມມືໃນພາກພື້ນ ແລະ ສ້າງຂີດຄວາມສາມາດຂອງຜູ້ຄຸ້ມຄອງ ໃນການຮັບມືກັບຄວາມສ່ຽງໃໝ່ໆ ແລະ ຂ້າມຊາດ ຜ່ານການແລກປ່ຽນຄວາມຮູ້ວຽກງານການຄຸ້ມຄອງ ແລະ ບັງຄັບໃຊ້ກົດໝາຍ ເຊິ່ງລວມເຖິງກິດຈະກຳທີ່ຕິດພັນກັບຊັບສິນດິຈິຕອນ. ນອກຈາກນີ້, ເຄືອຂ່າຍດັ່ງກ່າວຍັງຈະຊ່ວຍສະໜັບສະໜູນການພັດທະນານະໂຍບາຍ, ການສ້າງກົນໄກເຕືອນໄພລ່ວງໜ້າ ແລະ ການແບ່ງປັນຂໍ້ມູນລະຫວ່າງອົງການຄຸ້ມຄອງໄດ້ຢ່າງທັນການ.

ໃນຕອນທ້າຍຂອງກອງປະຊຸມ, ACMF ໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນໃນການສືບຕໍ່ຮ່ວມມືກັນ ເພື່ອກ້າວໄປສູ່ການເຊື່ອມໂຍງຕະຫຼາດທຶນອາຊຽນທີ່ເລິກເຊິ່ງກວ່າເກົ່າ ແລະ ການຮ່ວມມືດັ່ງກ່າວຈະຊ່ວຍປົກປ້ອງຄວາມໂປ່ງໃສຂອງຕະຫຼາດ ແລະ ສະໜັບສະໜູນການເຕີບໂຕທາງເສດຖະກິດແບບຍືນຍົງ ສຳລັບບັນດາປະເທດສະມາຊິກໃນອາຊຽນ.