ກອງປະຊຸມພົບປະສອງຝ່າຍ ຄັ້ງທີ 14 ລະຫວ່າງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຄະນະກຳມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ

    ໃນວັນທີ 17 ມີນາ 2026, ທີ່ເມືອງຕຸຍຮວ່າແຂວງດັກລັກສສ. ຫວຽດນາມໄດ້ມີການຈັດກອງປະຊຸມພົບປະສອງຝ່າຍ ປະຈຳປີ ຄັ້ງທີ 14 ລະຫວ່າງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ນຳໂດຍ ທ່ານ ນາງ ແພງສີ ແພງເມືອງຫົວໜ້າ ສຄຄຊ ແລະ ຄະນະກຳມະການຄຸ້ມຄອງຫຼັກຊັບ ສສ.ຫວຽດນາມ (ຄຄຊ ສສ.ຫວຽດນາມນຳໂດຍ ທ່ານ ຮ່າ ຢຸຍ ຕຸ່ງຮອງປະທານ ຄຄຊ ສສ.ຫວຽດນາມພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈາກທັງ 2 ຝ່າຍ.

    ກອງປະຊຸມຄັ້ງນີ້ ໄດ້ດຳເນີນພາຍໃຕ້ບັນຍາກາດແຫ່ງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ໄດ້ຕີລາຄາຄືນເຖິງພາບລວມຂອງການຮ່ວມມືຍຸດທະສາດຂອງທັງສອງຝ່າຍ, ຈາກການພົວພັນແລກປ່ຽນຂໍ້ມູນຂັ້ນພື້ນຖານໃນໄລຍະເລີ່ມຕົ້ນປັດຈຸບັນໄດ້ກ້າວເຂົ້າສູ່ການຍົກລະດັບຂີດຄວາມສາມາດທາງດ້ານເຕັກນິກວິຊາການການແບ່ງປັນປະສົບການ ແລະ ການຮ່ວມມືໃນໂຄງການລະດັບຍຸດທະສາດ ເຊິ່ງໄດ້ສະແດງໃຫ້ເຫັນເຖິງວິໄສທັດຮ່ວມກັນ ໃນການພັດທະນາຕະຫຼາດທຶນຂອງທັງສອງປະເທດໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ.

    ພ້ອມດຽວກັນນີ້ທັງສອງຝ່າຍຍັງໄດ້ແລກປ່ຽນສະພາບຂອງການພັດທະນາຕະຫຼາດທຶນໃນປີ 2025 ທີ່ຜ່ານມາພ້ອມທັງຕີລາຄາສູງຕໍ່ໝາກຜົນການຮ່ວມມືຮ່ວມກັນໃນປີຜ່ານມາ ໂດຍສະເພາະການສະໜັບສະໜູນຢ່າງຕັ້ງໜ້າຂອງ ຄຄຊ ສສ.ຫວຽດນາມ ໃນການຍົກລະດັບບຸກຄະລາກອນໃຫ້ແກ່ຝ່າຍລາວພ້ອມດຽວກັນນັ້ນສອງຝ່າຍຍັງໄດ້ຕົກລົງເຫັນດີຮ່ວມກັນໃນການກຳນົດແຜນການຮ່ວມມືປະຈໍາປີ 2026, ໂດຍຈະສຸມໃສ່ການສືບຕໍ່ແລກປ່ຽນບົດຮຽນທາງດ້ານນະໂຍບາຍການຍົກລະດັບວຽກງານຄຸ້ມຄອງ ໂດຍສະເພາະແມ່ນການຮ່ວມກັນຊຸກຍູ້ໂຄງການຮ່ວມມື 3 ຝ່າຍ (ລາວ-ຫວຽດນາມ-ລຸກຊຳບວກ) ໄລຍະໃໝ່ ປີ 2026-2030 ເພື່ອແນໃສ່ພັດທະນາຕະຫຼາດທຶນລາວໃຫ້ມີຄວາມທັນສະໄໝຫຼາກຫຼາຍ ແລະ ເຊື່ອມໂຍງເຂົ້າກັບມາດຕະຖານສາກົນເທື່ອລະກ້າວ.