ສຳນັກງານ ຄຄຊ ຮ່ວມກັບ ອົງການ UNDP ແລະ ສະຖານທູດອົດສະຕຣາລີ ຈັດພິທີ “ກົດລະຄັງເພື່ອຄວາມສະເໝີພາບຍິງ-ຊາຍ” (Ring the Bell for Gender Equality) ເປັນຄັ້ງທຳອິດ ຢູ່ ສປປ ລາວ

ໃນວັນທີ 10 ມີນາ 2026, ຢູ່ທີ່ ໂຮງແຮມ ຄຣາວພຣາຊາ ນະຄອນຫຼວງວຽງຈັນສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຮ່ວມກັບ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ແລະ ຮອງເອກອັກຄະລະຖະທູດອົດສະຕາລີ ປະຈຳ ສປປ ລາວ ຈັດພິທີ “ກົດລະຄັງເພື່ອຄວາມສະເໝີພາບຍິງ-ຊາຍ” (Ring the Bell for Gender Equality) ຂຶ້ນເຊິ່ງຖືເປັນການຈັດກິດຈະກຳດັ່ງກ່າວຄັ້ງທຳອິດ ໃນ ສປປ ລາວ. ພິທີໃນຄັ້ງນີ້ ໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສຳນັກງານ ຄຄຊ, Ms. Martine Thérer ຜູ້ຕາງໜ້າອົງການ UNDP ປະຈຳ ສປປ ລາວແລະ Ms. Benita Sommerville ຮອງເອກອັກຄະລະຊະທູດອົດສະຕຣາລີ ປະຈຳ ສປປ ລາວ. ກິດຈະກຳດັ່ງກ່າວ ຍັງມີຜູ້ຕາງໜ້າຈາກ ສະຫະພັນແມ່ນຍິງ ທະນາຄານແຫ່ງ ສປປ ລາວຕະຫຼາດຫຼັກຊັບລາວອົງການຈັດຕັ້ງສາກົນພ້ອມດ້ວຍບັນດາບໍລິສັດຈົດທະບຽນນັກທຸລະກິດຍິງ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກຂົງເຂດຕະຫຼາດທຶນພາກລັດ ແລະ ເອກະຊົນ ເຂົ້າຮ່ວມຢ່າງພ້ອມພຽງ. 

ຈຸດປະສົງຫຼັກຂອງການຈັດພິທີດັ່ງກ່າວ ແມ່ນເພື່ອຮ່ວມສະເຫຼີມສະຫຼອງວັນແມ່ຍິງສາກົນ ພາຍໃຕ້ຫົວຂໍ້ “Give to Gain” ແລະ ຖືເປັນເວທີສຳຄັນໃນການແລກປ່ຽນຄວາມຮູ້ ລະຫວ່າງຂະແໜງການຄ້າສະຖານທູດພາກລັດ ແລະ ພາກເອກະຊົນ. ກິດຈະກຳນີ້ ແນໃສ່ຍົກສູງພາລະບົດບາດຂອງແມ່ຍິງໃນຂະແໜງເສດຖະກິດສົ່ງເສີມຄວາມສະເໝີພາບຍິງ-ຊາຍແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ “ພວກເຮົາຈະຈະເລີນເຕີບໂຕໄປພ້ອມກັນ” (WE RISE Together) ຢູ່ ສປປ ລາວ. ພາຍໃນງານ ໄດ້ມີການສົນທະນາແລກປ່ຽນຢ່າງເລິກເຊິ່ງ ກ່ຽວກັບການສົ່ງເສີມການຈັດຊື້-ຈັດຈ້າງທີ່ຄໍານຶງເຖິງຄວາມສະເໝີພາບຍິງ-ຊາຍ ເພື່ອສ້າງຄວາມອາດສາມາດ ແລະ ເປີດໂອກາດການເຊື່ອມໂຍງຕະຫຼາດ ໃຫ້ແກ່ບັນດາທຸລະກິດທີ່ແມ່ຍິງເປັນເຈົ້າຂອງ (WOBs).

ສຳລັບຂົງເຂດຕະຫຼາດທຶນພິທີກົດລະຄັງຄັ້ງນີ້ ໄດ້ຍົກສູງຄວາມສຳຄັນຂອງຜູ້ນຳ ແລະ ເຈົ້າຂອງທຸລະກິດເພດຍິງ ໃຫ້ມີບົດບາດພົ້ນເດັ່ນ ແລະ ໄດ້ຮັບການພັດທະນາຢ່າງມີປະສິດທິພາບ. ພ້ອມດຽວກັນນັ້ນຍັງເປັນການຊຸກຍູ້ໃຫ້ບັນດາບໍລິສັດຈົດທະບຽນໃນຕະຫຼາດທຶນລາວ ຫັນມາໃຫ້ຄວາມສຳຄັນກັບການຄຸ້ມຄອງບໍລິຫານບໍລິສັດທີ່ດີ ແລະ ການດຳເນີນທຸລະກິດແບບຍືນຍົງການນຳເອົາຫຼັກການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ເຂົ້າໃນນະໂຍບາຍການບໍລິຫານ ແລະ ການຈັດຊື້-ຈັດຈ້າງຂອງບໍລິສັດ ບໍ່ພຽງແຕ່ເປັນການສົ່ງເສີມຄວາມສະເໝີພາບເທົ່ານັ້ນແຕ່ຍັງເປັນກົນໄກສຳຄັນໃນການຍົກລະດັບມາດຕະຖານຂອງອົງກອນ ເພື່ອດຶງດູດນັກລົງທຶນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ ຢ່າງຍືນຍົງ.