ການເຂົ້າຮ່ວມ the IOSCO Asia-Pacific Regional Committee ປະຈໍາປີ 2026 ຢູ່ປະເທດ ອົດສະຕາລີ

ໃນລະຫວ່າງວັນທີ 02-04 ມີນາ 2026, ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມະການພາກພື້ນອາຊີ-ປາຊີຟິກ ຂອງອົງການຄຸ້ມຄອງວຽກງານຫຼັກຊັບສາກົນ (the IOSCO Asia-Pacific Regional Committee: IOSCO APRC) ປະຈໍາປີ 2026 ຢູ່ປະເທດ ອົດສະຕາລີ ໂດຍການນໍາພາຂອງ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າ ສຄຄຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ. ຈຸດປະສົງ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບັນຫາຕ່າງໆຕິດພັນກັບວຽກງານ IOSCO ຮ່ວມກັບບັນດາປະເທດສະມາຊິກ IOSCO APRC ໂດຍສະເພາະແມ່ນຕິດພັນກັບຜູ້ຄຸ້ມຄອງ ແລະ ຜູ້ບັງຄັບໃຊ້ກົດໝາຍ (Supervisory and Enforcement Directors), ການພັດທະນາຕະຫຼາດເອກະຊົນ (Private Market) ແລະ ການເຂົ້າເຖິງແຫຼ່ງທຶນ, ການຄຸ້ມຄອງຄວາມປອດໄພທາງດ້ານເອເລັກໂທຣນິກ (Cyber), ການປ້ອງການອາດຊະຍາກໍາທາງອອນລາຍ (Scam), ການນໍາໃຊ້ເຕັກໂນໂລຊີ ແລະ ປັນຍາປະດິດ (AI) ເຂົ້າໃນວຽກງານຫຼັກຊັບ ໃນຂົງເຂດປະເທດພາກພື້ນອາຊີ-ປາຊີຟິກ ພ້ອມນີ້, ໃນກອງປະຊຸມດັ່ງກ່າວ ສຄຄຊ ຍັງໄດ້ນໍາສະເໜີກ່ຽວກັບບຸລິມະສິດໃນການຈັດຕັ້ງປະຕິບັດນິຕິກໍາ ໃນຂົງເຂດວຽກງານຫຼັກຊັບ ຢູ່ ສປປ ລາວ ເພື່ອແລກປ່ຽນກັບຜູ້ເຂົ້າຮ່ວມກອງປະຊຸມ ພ້ອມທັງນໍາເອົາເນື້ອໃນການປຶກສາຫາລືໃນກອງປະຊຸມຄັ້ງນີ້ ມາເປັນບ່ອນອີງໃນການຄົ້ນຄວ້າ ແລະ ຄຸ້ມຄອງວຽກງານຫຼັກຊັບ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ.