ສຄຄຊ ຮ່ວມກັບ ADB ແລະ NRI ຈັດກອງປະຊຸມສຳມະນາວຽກງານການພັດທະນາຕະຫຼາດຮຸ້ນກູ້ ສໍາລັບ ຂະແໜງການທະນາຄານ ແລະ ສະຖາບັນການເງິນ (Workshop on Corporate Bond for Banking and Financial Institutions)

        ໃນຕອນເຊົ້າຂອງວັນທີ 13 ກຸມພາ 2025, ທີ່ ໂຮງແຮມ ຄຣາວພາຊາ, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ທະນະຄານພັດທະນາອາຊີ (ADB) ແລະ ສະຖາບັນຄົ້ນຄ້ວາໂນມູຣະ (Nomura Research Institute - NRI) ໄດ້ຮ່ວມກັນຈັດກອງປະຊຸມສຳມະນາຂຶ້ນ ໃນຫົວຂໍ້ ການອອກຈໍາໜ່າຍຮຸ້ນກູ້ ສໍາລັບຂະແໜງການທະນາຄານ ແລະ ສະຖາບັນການເງິນ (Workshop on Corporate Bond for Banking and Financial Institutions). ໂດຍການເປັນປະທານຂອງ ທ່ານ ເອກະລາດ ສີສານ ຮອງຫົວໜ້າ ສຄຄຊ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກ ບັນດາທະນະຄານທຸລະກິດ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ ແລະ ພາກສ່ວນກ່ຽວຂ້ອງໃນຕະຫຼາດທຶນລາວ.

          ກອງປະຊຸມສຳມະນາຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ໃຫ້ແກ່ຜູ້ມີສ່ວນຮ່ວມໃນການພັດທະນາຕະຫຼາດພັນທະບັດ ກໍ່ຄື ຮຸ້ນກູ້ໃນ ສປປ ລາວ, ໂດຍສະເພາະແມ່ນ  ການຊຸກຍູ້ ແລະ ການສົ່ງເສີມ ການອອກຈຳໜ່າຍຮຸ້ນກູ້ ສີຂຽວ, ສັງຄົມ ແລະ ຍືນຍົງ ໃນ ສປປ ລາວ. ພາຍໃນກອງປະຊຸມດັ່ງກ່າວ, ບັນດານັກວິທະຍາກອນ ໄດ້ນໍາສະເໜີເນື້ອໃນທີ່ສໍາຄັນກ່ຽວກັບບົດຮຽນການພັດທະນາຕະຫຼາດຮຸ້ນກູ້ດັ່ງກ່າວ ຂອງບາງປະເທດໃນອາຊຽນ ເຊັ່ນ: ປະເທດກຳປູເຈຍ, ໄທ, ສິງກະໂປ, ມາເລເຊຍ, ຟິລິປິນ ແລະ ສສ.ຫວຽດນາມ ເປັນຕົ້ນ, ພ້ອມທັງ ທິດທາງນະໂຍບາຍ ສຳລັບການພັດທະນາ ໃນ ສປປ ລາວ. ພ້ອມດຽວກັນນີ້, ພາຍໃນກອງປະຊຸມສຳມະນາດັ່ງກ່າວ ຍັງໄດ້ມີການເປີດເວທີເສວະນາ ເພື່ອແລກປ່ຽນບົດຮຽນ ແລະ ຄໍາຄິດເຫັນ ລະຫວ່າງ ຜູ້ຄຸ້ມຄອງ, ຜູ້ຊ່ຽວຊານ ແລະ ຜູ້ມີສ່ວນຮ່ວມ ກ່ຽວກັບປັດໃຈຕົ້ນຕໍໃນການພັດທະນາຕະຫຼາດຮຸ້ນກູ້ໂດຍລວມ ຢູ່ ສປປ ລາວ ອີກດ້ວຍ.

        ກອງປະຊຸມໄດ້ດໍາເນີນໄປເປັນເວລາ 1 ວັນເຕັມ ແລະ ແລະ ປິດລົງດ້ວຍຜົນສໍາເລັດອັນຈົບງາມ.