ກອງປະຊຸມ ຄຄຊ ຄັ້ງທີ III ປະຈຳປີ 2025
ໃນຕອນເຊົ້າຂອງວັນທີ 16 ທັນວາ
2025 ທີ່ຫ້ອງປະຊຸມ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມຄົບ ຄະນະກໍາມະການຄຸ້ມຄອງຫຼັກຊັບ
(ຄຄຊ) ຄັ້ງທີ III ປະຈຳປີ 2025 ຂຶ້ນ, ກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານ ຄຄຊ ພ້ອມດ້ວຍບັນດາ ຄະນະ ຄຄຊ, ຄະນະກົມ ຕາງໜ້າຈາກກະຊວງກ່ຽວຂ້ອງ, ຄະນະ ສຄຄຊ, ປະທານສະພາບໍລິຫານ ແລະ ຜູ້ອຳນວຍການໃຫຍ່
ຕະຫຼາດຫຼັກຊັບລາວ (ຕລຊລ) ພ້ອມທັງບັນດາພະນັກງານທີ່ກ່ຽວຂ້ອງຈາກ ສຄຄຊ ເຂົ້າຮ່ວມ.
ຈຸດປະສົງໃນການຈັດກອງປະຊຸມຄົບຄະນະ
ຄຄຊ ໃນຄັ້ງນີ້ ແມ່ນເພື່ອລາຍງານຜົນການຈັດຕັ້ງປະຕິບັດຕາມມະຕິຂອງກອງປະຊຸມຄັ້ງຜ່ານມາ ພ້ອມທັງ ລາຍງານຜົນການເຄື່ອນໄຫວວຽກງານ ປີ 2025 ແລະ ທິດທາງແຜນການ ປີ 2026 ຂອງ
ສຄຄຊ ແລະ ບັນຫາອື່ນໆ ໂດຍ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າ ສຄຄຊ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານຂອງ
ທ່ານ ສຽວສະຫວາດ ທິລະກຸນ ຜູ້ອຳນວຍການໃຫຍ່ ຕລຊລ ກ່ຽວກັບ ສະພາບການພົ້ນເດັ່ນໃນການເຄື່ອນໄຫວວຽກງານຂອງ
ຕລຊລ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026.
ຫຼັງຈາກທີ່ໄດ້ຮັບຟັງການລາຍງານຂອງ
ທ່ານ ຫົວໜ້າ ສຄຄຊ ແລະ ທ່ານ ຜູ້ອໍານວຍການໃຫຍ່ ຕລຊລ ແລະ ການປະກອບຄໍາເຫັນຂອງ ຄະນະ ຄຄຊ
ຢ່າງກົງໄປກົງມາ, ທ່ານ ປະທານກອງປະຊຸມ ໄດ້ຕີລາຄາສູງຕໍ່ການພະຍາຍາມຈັດຕັ້ງປະຕິບັດມະຕິກອງປະຊຸມ
ຄຄຊ ຄັ້ງທີ II ປີ 2025 ແລະ ການເຄື່ອນໄຫວວຽກງານຫຼັກຊັບ
ໃນ ປີ 2025 ຊຶ່ງເຫັນໄດ້ຜົນສໍາເລັດຕາມແຜນກໍານົດໄວ້ ແລະ ເພື່ອເປັນບ່ອນອີງໃນການສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງຫຼັກຊັບ
ຢູ່ ສປປ ລາວ, ທີ່ປະຊຸມໄດ້ເຫັນດີເປັນເອກະພາບ
ຕໍ່ແຜນການເຄື່ອນໄຫວວຽກງານ ປີ 2026 ຕາມການລາຍງານຂອງ ສຄຄຊ ແລະ ຕລຊລ. ພ້ອມນີ້, ທີ່ປະຊຸມກໍ່ມອບໃຫ້ ສຄຄຊ ແລະ ຕລຊລ ສຸມໃສ່ວຽກງານ
ເປັນຕົ້ນແມ່ນ: ຊຸກຍູ້ການອອກຈໍາໜ່າຍຮຸ້ນກູ້ສີຂຽວ
ໃນ ຕລຊລ, ຄົ້ນຄວ້າສ້າງເງື່ອນໄຂ ເພື່ອຊຸກຍູ້ລັດວິສາຫະກິດ
ປະຕິຮູບຜ່ານກົນໄກຕະຫຼາດທຶນ, ຊຸກຍູ້ການຈັດຕັ້ງປະຕິບັດມາດຕະຖານ IFRS ຂອງບໍລິສັດຈົດທະບຽນ, ສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງຕະຫຼາດອະນຸພັນ ຢູ່ ສປປ
ລາວ ແລະ ບັນຫາອື່ນໆ. ກອງປະຊຸມໄດ້ຈົບລົງໃນວັນດຽວກັນ
ຢ່າງຈົບງາມ ແລະ ສໍາເລັດຕາມຄາດໝາຍທີ່ກໍານົດໄວ້.
