ຄະນະຜູ້ແທນ ສຄຄຊ ເຂົ້າຮ່ວມພິທີເປີດຫ້ອງການສະເພາະຂອງ ຄະນະກໍາມະການພັດທະນາຕະຫຼາດທຶນອາຊຽນ ທີ່ສຳນັກງານໃຫຍ່ ADB
ການສ້າງຕັ້ງຫ້ອງການດັ່ງກ່າວ ຖືກກຳນົດໃຫ້ເປັນບຸລິມະສິດຫຼັກ
ພາຍໃຕ້ແຜນປະຕິບັດງານ ACMF ປີ
2026-2030. ຫ້ອງການແຫ່ງນີ້ຈະເປັນກົນໄກອັນສຳຄັນທີ່ຍືນຍົງ
ໃນການປະສານງານບັນດາຂໍ້ລິເລີ່ມລະດັບພາກພື້ນ, ຮັກສາອົງຄວາມຮູ້ຂອງສະຖາບັນ, ແລະ
ຄໍ້າປະກັນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມຕໍ່ເນື່ອງ
ໃນຕະຫຼອດວາລະການເປັນປະທານຊຸດຕໍ່ໆໄປ
ໂດຍບໍ່ຂຶ້ນກັບພຽງແຕ່ປະເທດທີ່ຮັບໜ້າທີ່ເປັນປະທານໃນປີນັ້ນໆ.
ສຳລັບ ສປປ ລາວ, ສຄຄຊ ໄດ້ຕີລາຄາສູງ ແລະ
ໃຫ້ການສະໜັບສະໜູນຢ່າງເຕັມສ່ວນຕໍ່ການສ້າງຕັ້ງຫ້ອງການແຫ່ງນີ້
ໂດຍຖືເປັນບາດກ້າວສຳຄັນທີ່ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ປະເທດສະມາຊິກ. ການມີສູນກາງປະສານງານທີ່ຊັດເຈນ
ຈະຊ່ວຍສະໜັບສະໜູນ ສຄຄຊ ໃນການເຂົ້າເຖິງແຫຼ່ງຂໍ້ມູນຄວາມຮູ້, ການຮ່ວມມືດ້ານເຕັກນິກ, ແລະ ການພັດທະນາຄວາມອາດສາມາດ
ເພື່ອຊຸກຍູ້ການພັດທະນາຕະຫຼາດທຶນພາຍໃນປະເທດ
ໃຫ້ກ້າວໄປສູ່ມາດຕະຖານພາກພື້ນຢ່າງມີປະສິດທິຜົນ ແລະ ສອດຄ່ອງກັບທິດທາງລວມຂອງອາຊຽນ.
